ເພີ່ມທະວີການຮ່ວມມືຫວຽດນາມ-ກຳປູເຈຍໃນຂົງເຂດການຄ້າ, ອຸດສາຫະກຳ

(VOVWORLD) -2 ຝ່າຍກໍ່ເປັນເອກະພາບນຳກັນຈະພ້ອມກັນກວດກາ, ປັບປຸງ, ເພີ່ມເຕີມ ແລະ ລົງນາມໃໝ່ໃນບັນດາຂອບເຂດນິຕິກຳດ້ານການຄ້າ, ພິເສດແມ່ນຂໍ້ຕົກລົງລະຫວ່າງລັດຖະບານຫວຽດນາມ ແລະ ລັດຖະບານກຳປູເຈຍ ກ່ຽວກັບການຊຸກຍູ້ການຄ້າ 2 ຝ່າຍໄລຍະ 2022 – 2023
ເພີ່ມທະວີການຮ່ວມມືຫວຽດນາມ-ກຳປູເຈຍໃນຂົງເຂດການຄ້າ, ອຸດສາຫະກຳ - ảnh 1ທີ່ການເຮັດວຽກ
(ພາບ: TTXVN)

ຕອນບ່າຍວັນທີ 06 ພຶດສະພາ, ຢູ່ສຳນັກງານກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ຫງວຽນຮົ່ງຢຽນ ໄດ້ມີການເຮັດວຽກກັບທ່ານ Chay Navuth, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງລາຊະອານາຈັກ ກຳປູເຈຍ ປະຈຳຫວຽດນາມ, ເພື່ອແນໃສ່ແລກປ່ຽນບັນດາມາດຕະການເພີ່ມທະວີການຮ່ວມມືໃນຂົງເຂດການຄ້າ, ອຸດສາຫະກຳ ແລະ ພະລັງງານລະຫວ່າງຫວຽດນາມ ແລະ ກຳປູເຈຍ. ທີ່ການເຮັດວຽກ, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ, ເນັ້ນໜັກວ່າ:

        “ໃນສະພາບໂລກລະບາດພວມສົ່ງຜົນສະທ້ອນຢ່າງໜັກໜ່ວງເຖິງການດຳລົງຊີວິດຂອງປະຊາຊົນ, ໂດຍສະເພາະແມ່ນປະຊາຊົນຢູ່ເຂດຊາຍແດນຂອງ 2 ປະເທດ ແລະ ບັນດາການເຄື່ອນໄຫວຂອງວິສາຫະກິດທີ່ພວມປະສົບກັບຄວາມຫຍຸ້ງຍາກ, ສະນັ້ນ 2 ຝ່າຍຕ້ອງຮັບປະກັນການສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ ແລະ ປະຊາຊົນ. ຄວນຮັບປະກັນການຮັກສາລະບົບສະໜອງສິນຄ້າລະຫວ່າງ 2 ປະເທດໃຫ້ບໍ່ຖືກຕັດຕອນ, ໂດຍສະເພາະແມ່ນບັນດາສິນຄ້າຍຸດທະສາດ, ຜະລິດຕະພັນກະເສດ, ທັນຍາຫານ ແລະ ການແພດ, ເພື່ອຜົນປະໂຫຍດລວມຂອງຜູ້ບໍລິໂພກ 2 ປະເທດ…”

        2 ຝ່າຍກໍ່ເປັນເອກະພາບນຳກັນຈະພ້ອມກັນກວດກາ, ປັບປຸງ, ເພີ່ມເຕີມ ແລະ ລົງນາມໃໝ່ໃນບັນດາຂອບເຂດນິຕິກຳດ້ານການຄ້າ, ພິເສດແມ່ນຂໍ້ຕົກລົງລະຫວ່າງລັດຖະບານຫວຽດນາມ ແລະ ລັດຖະບານກຳປູເຈຍ ກ່ຽວກັບການຊຸກຍູ້ການຄ້າ 2 ຝ່າຍໄລຍະ 2022 – 2023; ເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານ, ສົມທົບກັນຢ່າງແໜ້ນແຟ້ນໃນວຽກງານຕໍ່ສູ້ປ້ອງກັນ, ຕ້ານການຄ້າເຖື່ອນຜ່ານຊາຍແດນ…

        ເນື່ອງໃນໂອກາດນີ້, ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ໄດ້ມອບຜ້າອັດປາກ-ອັດດັງ ກັນໂຄວິດ-19 ຈຳນວນ 50.000 ແຜ່ນໃຫ້ສະຖານທູດກຳປູເຈຍ ປະຈຳຫວຽດນາມ ແລະ ບັນດາກະຊວງຄູ່ຮ່ວມມື.

ຕອບກັບ

ຂ່າວ/ບົດ​ອື່ນ