ເພີ່ມທະວີການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະ ກາຊັກສະຖານ

(VOVWORLD) -ລະຫວ່າງ ກາຊັກສະຖານ ແລະຫວຽດນາມ ປັດຈຸບັນ ພວມມີການເຈລະຈາດ້ານການເມືອງທີ່ມີປະສິດທິຜົນພໍສົມຄວນ. 
ເພີ່ມທະວີການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະ ກາຊັກສະຖານ - ảnh 1ທ່ານ Beketzhan Zhumakhanov ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ແຫ່ງ ສ. ກາຊັກສະຖານ ປະຈໍາ ຫວຽດນາມ  ທີ່ກອງປະຊຸມຂ່າວ

ຕອນເຊົ້າວັນທີ 24 ຕຸລາ, ຢູ່ຮ່າໂນ້ຍ, ສະຖານທູດແຫ່ງ ສ. ກາຊັກສະຖານ ປະຈໍາຫວຽດນາມ ໄດ້ຈັດການປະຊຸມຂ່າວ ແນະນໍາກ່ຽວກັບບັນດາກໍາລັງຄວາມສາມາດ ແລະ ຄວາມສາມາດບົ່ມຊ້ອນຂອງການພັດທະນາການຮ່ວມມືເສດຖະກິດ, ການຄ້າລະຫວ່າງ ກາຊັກສະຖານ ແລະ ຫວຽດນາມ ກໍຄືບັນດາຂໍ້ລິເລີ່ມຂອງທ່ານ Nursultan Nazarbayev ປະທານາທິບໍດ ກາຊັກສະຖານ ເພື່ອຮັບປະກັນ ແລະ ຮັກສາສັນຕິພາບ ແລະ ຄວາມໝັ້ນຄົງທົ່ວໂລກ. ທີ່ການປະຊຸມຂ່າວ, ຫຼາຍເນື້ອໃນໄດ້ຍົກອອກມາເພື່ອປຶກສາຫາລື ຄື: ກົດແຫ່ງການປະພຶດ ມຸ່ງໄປເຖິງໂລກປອດກໍ່ການຮ້າຍ; ຄວາມສາມາດບົ່ມຊ້ອນໃນການຂົນສົ່ງ - logistics ຂອງ ກາຊັກສະຖານ; ຜົນຂອງກອງປະຊຸມສຸດຍອດ Casipan ຢູ່ນະຄອນ Aktau ຄັ້ງທີ 5 ແລະ ອື່ນໆ. ກ່າວຄໍາເຫັນທີ່ກອງປະຊຸມຂ່າວ, ທ່ານ Beketzhan Zhumakhanov ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ແຫ່ງ ສ. ກາຊັກສະຖານ ປະຈໍາ ຫວຽດນາມ ຊີ້ແຈ້ງວ່າ:

        “ລະຫວ່າງ ກາຊັກສະຖານ ແລະຫວຽດນາມ ປັດຈຸບັນ ພວມມີການເຈລະຈາດ້ານການເມືອງທີ່ມີປະສິດທິຜົນພໍສົມຄວນ. ພວກເຮົາຈະພັດທະນາການພົວພັນທາງດ້ານເສດຖະກິດ, ການຄ້າ. ເພື່ອປະຕິບັດໄດ້ສິ່ງດັ່ງກ່າວນັ້ນ, ພວກຂ້າພະເຈົ້າໄດ້ມີຂໍ້ສະເໜີແນະວ່າ ຈະສ້າງຕັ້ງແລວຂົນສົ່ງທາງລົດໄຟ ຈາກຫວຽດນາມ ຜ່ານແດນ ຈີນ ແລະໄປຍັງ ກາຊັກສະຖານ, ລັດເຊຍ ແລະ ບັນດາປະເທດເອີຣົບ. ພວກຂ້າພະເຈົ້າ ມີຂໍ້ລິເລີ່ມ ນໍາໃຊ້ສູນການເງິນສາກົນ ທີ່ມີຊື່ວ່າ Astanna. ສິ່ງດັ່ງກ່າວ ຈະສ້າງໂອກາດໃຫ້ແກ່ບັນດາວິສາຫະກິດຫວຽດນາມ ສາມາດ ບໍລິຫານການເງິນໃນທົ່ວພາກພື້ນໄດ້. ເນື້ອໃນຕໍ່ໄປ ນັ້ນແມ່ນ ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະ ກາຣັກສະຖານ ໃນຂົງເຂດກະສິກໍາ. ກາຊັກສະຖານທໍາການປູກຝັງ, ລ້ຽງສັດ ສໍາລັບປະເພດຕ່າງໆທີ່ຫວຽດນາມ ບໍ່ມີ ແລະກົງກັນຂ້າມ”.

ຕອບກັບ

ຂ່າວ/ບົດ​ອື່ນ