ເພີ່ມທະວີການຮ່ວມມືຫຼາຍດ້ານຫວຽດນາມ-Slovakia

ເພີ່ມທະວີການຮ່ວມມືຫຼາຍດ້ານຫວຽດນາມ-Slovakia - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫ່ວາງ​ຈູງ​ຫາຍ
ທ່ານ​ນາຍົກລັດຖະມົນຕີ Slovakia Robert Fico
(ພາບ: VGP)

(vovworld) - ຫວຽດນາມ ​ແລະ Slovakia ສືບ​ຕໍ່​ຜັນ​ຂະ​ຫຍາ​ຍຫຼາຍ​ມາດ​ຕະການ​ລະອຽດ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ຫຼາຍ​ຂົງ​ເຂດ, ​ໃນ​ນັ້ນມ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ຜົນງານ​ພົ້ນ​ເດັ່ນ​​ແຫ່ງ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ Slovakia ຂອງ​ຄະນະ​ຜູ້​ແທນ​ລັດຖະບານ​ຫວຽດນາມ ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫ່ວາງ​ຈູງ​ຫາຍ​ນຳ​ໜ້າ ​​ໃນ​ລະຫວ່າງ​ວັນ​ທີ 3-5/12 ຕາມ​ຄຳ​ເຊີນ​ຂອງ​ລັດຖະບານ​ປະ​ເທດ​ນີ້.. ​ໃນ​ຂອບ​ເຂດ​ແຫ່ງ​ການ​ຢ້ຽມຢາມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫ່ວາງ​ຈູງ​ຫາຍ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ Slovakia Robert Fico, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ Jana Lassakova ​ແລະ ​ເຈລະຈາ​ກັບ​ທ່ານ​ຮອງ​ນາຍົກລັດຖະມົນຕີ Lubomir Vazny.

        ທີ່​ການ​ພົບ​ປະເຈລະຈາລະ​ຫວາງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫ່ວາງ​ຈູງ​ຫາຍ​​ ກັບ ​ທ່ານ​ຮອງ​ນາຍົກລັດຖະມົນຕີ Lubomir Vazny, ສອງ​ຝ່າຍ​ໄດ້​ເຫັນ​ດີ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກຂັ້ນ​​ເປັນ​ປະຈຳ, ພິ​ເສດ​ແມ່ນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ​ເ່ອກຳນົດ​ທິດ​ທາງ​ພັດທະນາ​ການ​ພົວພັນ​ສອງ​ຝ່າຍ, ສ້າງ​ເງື່ອນ​ໄຂ​ຂຸດ​ຄົ້ນ​ບັນດາ​ກາລະ​ໂອກາດ, ຄວາມ​ສາມາດ​ບົ່ມ​ຊ້ອນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ. ສອງ​ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ຕັ້ງໜ້າ​ໃຫ້​ຄຳ​ປຶກສາ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ບັນດາ​ເວລາ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫ່ວາງ​ຈູງ​ຫາຍ​ ສະ​ເໜີ Slovakia ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ປະຊາ​ຄົມ​ຊາວ​ຫວຽດນາມ ​ທີ່​ພວມ​ທຳ​ມາ​ຫາ​ກິນ, ດຳລົງ​ຊີວິດ ​ແລະ ຮຳ່ຮຽນ​ຢູ່​ປະ​ເທດ​ນີ້ ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ ​ແລະ ປະກອບສ່ວນ​ໃຫ້​ແກ່​ປະ​ເທດ Slovakia, ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ຂົວ​ເຊື່ອມ​ຕໍ່ສຍພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ