ເພີ່ມທະວີການຮ່ວມມືຮັບປະກັນຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍລະຫວ່າງ ຫວຽດນາມ ແລະ ອິດສຣາແອນ

ເພີ່ມທະວີການຮ່ວມມືຮັບປະກັນຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍລະຫວ່າງ ຫວຽດນາມ ແລະ ອິດສຣາແອນ - ảnh 1
ລັດຖະມົນຕີ​ກະຊວງ​ຕຳຫຼວດ, ພົນ​ເອກ ​ເຈິນ​ດ້າຍ​ກວາງ ແລະ ຄະນະ​ຜູ້​ແທນ​ກະຊວງ​ຕຳຫຼວດ ອິດສຣາ​ແອ​ນ
(ພາບ:baodientu.chinhphu.vn)

(vovworld) - ວັນ​ທີ 24/2, ທີ່ ຮ່າ​ໂນ້ຍ, ພົນ​ເອກ ​ເຈິນ​ດ້າຍ​ກວາງ, ລັດຖະມົນຕີ​ກະຊວງ​ຕຳຫຼວດ ​ໄດ້​ມີ​ການ​ເຈລະຈາ​ກັບ​ພົນ​ຕີ Yitzhak Aharonovitch, ຫົວໜ້າຄະນະ​ຜູ້​ແທນ​ກະຊວງ​ຕຳຫຼວດ ອິດສຣາ​ແອ​ນ, ທີ່ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ ຢູ່ ຫວຽດນາມ. ນະ​ທີ່​ນີ້, ລັດຖະມົນຕີ​ສອງ​ທ່ານ​ພ້ອມ​ກັນ​ສະ​ແດງ​ຄວາມ​ປາດ​ຖະໜາຢາກ​ສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆຄື ປ້ອງ​ກັນຄວາມ​ສະຫງົບ, ຕຳຫຼວດ, ການຕ້ານ​ອາດສະຍາກຳ ​ແລະ ຮ່ວມ​ມືຍຸຕິ​ທຳ​ທາງ​ອາຍາ; ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ບັາດາຂົງ​ເຂດ​ຄື ການ​ປ້ອງ​ກັນ​ໄຟ​ໄໝ້ - ການດັບເພິງ, ການກູ້ໄພກູ້ຊົບ, ການ​ຄຸ້ມ​ຄອງ​ຄຸກ ​ແລະ ປະຕິບັດ​ຄະດີ​ອາຍາ; ສົມທົບ​ກັນ​ຄົ້ນຄວ້າ, ສະ​ເໜີຕໍ່​ລັດຖະບານ​ສອງ​ປະ​ເທດ​ເຊັນ​ສັນຍາ​ຮ່ວມ​ມື ປ້ອງກັນ - ຕ້ານ​ອາດສະຍາກຳກ່ຽວກັບ​ການພາ​ຕົວ, ສັນຍາ​ມອບສົ່ງ​ຜູ້​ຖືກ​ຕັດສິນ​ລົງ​ໂທດຈຳ​ຄຸກ​, ສັນຍາໜູນຊ່ວຍ​ຍຸຕິ​ທຳ​ທາງ​ອາຍາ. ສອງ​ຝ່າຍ​ກໍ​ປາດ​ຖະໜາ​ຢາກເພີ່ມ​ທະວີ​ການແບ່ງປັນ​ບົດຮຽນ​ໃນຂົງ​ເຂດ​ຕ່າງໆຄື ປ້ອງ​ກັນ​ຄວາມ​ສະຫງົບ, ຕຳຫຼວດ,​ ທາ​ບທາມ,​ ສົມທົບ​​ກັນສະໜັບສະໜຸນ,​ ຊ່ວຍ​ເຫຼືອ​ເຊີ່ງ​ກັນ ​ແລະ ກັນຢູ່​ບັນດາ​ເວທີ​ປາ​ໄສຫຼາຍຝ່າຍ.


ຂ່າວ/ບົດ​ອື່ນ