ເພີ່ມທະວີການຮ່ວມມືຮອບດ້ານຫວຽດນາມ-ອາແຊກໄບຢານ

ເພີ່ມທະວີການຮ່ວມມືຮອບດ້ານຫວຽດນາມ-ອາແຊກໄບຢານ - ảnh 1
ທ່ານ Ilham Aliyev, ປະທານາທິບໍດີ ອາ​ແຊກ​ໄບຢານ
 ແລະ ທ່ານ​ປະທານປະ​ເທດ​ຫວຽດນາມ​ເຈືອງ​ເຕີນ​ຊາງ
ພາບ:dantri.com.vn


(vovworld)-​ໂດຍ​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານປະ​ເທດ​ຫວຽດນາມ​ເຈືອງ​ເຕີນ​ຊາງ, ທ່ານ Ilham Aliyev, ປະທານາທິບໍດີ ອາ​ແຊກ​ໄບຢານ ​ເດີນທາງ​ມາ​ຮອດ​ຮ່າ​ໂນ້ຍ ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ​ຫວຽດນາມ ​ແຕ່​ວັນ​ທີ 18-20/5.

ຕອນ​ເຊົ້າ​ວັນ​ທີ 19/5 ຢູ່ ຮ່າ​ໂນ້ຍ, ພາຍຫລັງ​ພິທີ​ຕ້ອນຮັບ​ທ່ານ​ປະທານາທິບໍດີ Ilham Aliyev  ຢ່າງ​ເປັນ​ທາງ​ການ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີ​ນຊາງ ​ແລະ ທ່ານ​ປະທານາທິບໍດີ Ilham Aliyev ​ໄດ້​ດຳ​ເນີນ​ການ​ເຈລະຈາ. ສອງ​ຝ່າຍ​ເຫັນ​ດີ​ຄວນ​ມີ​ບັນດາ​ມາດ​ຕະການ​ຢ່າງ​ຕັ້ງຫນ້າ ​ເພື່ອ​ເພີ່ມ​ວົງ​ເງິນ​ການ​ຄ້າ. ສອງ​ຝ່າຍ​ເຫັນ​ດີ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນບັນດາ​ກະຊວງ, ຂະ​ແຫນງ​ການ, ຊຸກຍູ້​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ດ້ານ​ການ​ຄ້າ​, ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ໃຫ້​ຂຶ້ນ​ເຖິງ 1 ຕື້ USD ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ​.

   ທີ​່ການ​​ເຈລະຈາ, ການ​ນຳ​ສອງ​ທ່ານ ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ຢືນຢັນ: ທັດສະນະ​ຂອງ​ບັນດາ​ປະ​ເທດ ອາ​ຊຽນ ​ແລະ ຫວຽດນາມ ​ໃນ​ການ​ແກ້​ໄຂ​ບັນດາ​ການ​ພິພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ສັນຕິ​ວິທີ ບົນ​ພື້ນຖານ​ກົດ​ໝາຍສາກົນ.

   ພາຍຫລັງການ​ເຈລະຈາ, ການ​ນຳ​ສອງ​ທ່ານ​ໄດ້​ພົບ​ປະ​ກັບ​ວົງ​ການ​ນັກ​ຂ່າວ​ເພື່ອ​ແຈ້ງ​ໝາກຜົນ​ຈຳນວນ​ໜຶ່ງ. ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ໃຫ້​ຮູ້​ວ່າ:

   “ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານາທິບໍດີ​ໄດ້​ສ້າງ​ກຳລັງ​ໜູນ​ຢ່າງ​ແຮງ, ຊຸກຍູ້, ​ເພີ່ມ​ທະວີ ​ແລະ ​ເປີດ​ກ້ວາງ ການ​ຮ່ວມ​ມື​ໃນ​ຫຼາຍ​ດ້ານ, ພ້ອມ​ກັນມີ​ຜົນ​ປະ​ໂຫຍ​ດ​ໃນ​ໄລ​ຍຈະ​ມາ​ເຖິງ. ຂ້າພະ​ເຈົ້າ ​ແລະ ທ່ານ​ປະທານາທິບໍດີ​ ຢືນຢັນ​ວ່າ: ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າ​ງາ​ສອງ​ປະ​ເທດ​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຮັກສາ, ພັດທະນາ​ກ່ວາ​ອີກ​ໃນໄລ​ຍຈະ​ມາ​ເຖິງ. ສອງ​ຝ່າຍ​ຕ້ອງ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນຕ່າງໆ, ພິ​ເສດ​ແມ່ນ​ຂັ້ນສູງ, ປະຕິບັດ​ບັນດາ​ຂໍ້​ຕົກລົງ​ໄດ້​ລົນາມ​ແລ້ວ ກໍ່​ຄື​ບັນດາ​ເອກະສານ​ຫາ​ກໍ່​ລົງ​ນາມ. ສອງ​ຝ່າຍ​ພຶ​ງພໍ​ໃຈ​ກ່ຽວ​ກັບ​ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ມີ​ປະສິດທິ​ຜົນ​ລະຫວ່າງ​ສອງ​ປະ​ເທດ​ທີ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ, ພິ​ເສດ​ແມ່ນ​ຢູ່ ສປຊ ​ແລະ ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ນີ້“.

 

 ​ເນື່ອງ​ໃນ​ໂອກາດ​ນີ້, ການ​ນຳ​ສອງ​ປະ​ເທດ ​ເປັນ​ສັກ​ຂິພິຍານ​ພິທີ​ລົງ​ນາມ​ໃນ​ສັນຍາ​ລະຫວ່າງ​ລັດຖະບານ​ໃນ​ຂົ​ງ​ເຂດ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ ​ແລະ ວິທະຍາສາດ​ເຕັກ​ນິກ ​ແລະ ສັນຍາ​ລະຫວ່າງ​ລັດຖະບານ​ກ່ຽວ​ກັບ​ການ​ເກັບ​ພາສີ​ຊ້ອນ.

ຕອນ​ບ່າຍ​ວັນ​ດຽວ​ກັນ, ​ເມື່ອ​ຕ້ອນຮັບ​ປະທານາທິບໍດີ Ilham Aliyev, ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ຢືນຢັນວ່າ: ຫວຽດນາມ ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ​ການ​ພັດທະນາ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ, ​ໃນ​ນັ້ນ ມີ​ອາ​ແຊກ​ໄບຢານ. ການ​ຢ້ຽມຢາມ​ຂອງ​ປະທານາທິບໍດີ Ilham Aliyev ຄັ້ງ​ນີ້ ຈະ​ສ້າງ​ກຳລັງ​ຫນູນ​ໃຫມ່​ໃຫ​້​ແກ່​ການ​ຮ່ວມ​ມື​ຂະຫຍັນ​ຂັ​ນ​ເຄື່ອນ, ປະສິດທິ​ຜົນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ຫລາຍ​ຂົງ​ເຂດ.

ຂ່າວ/ບົດ​ອື່ນ