ເພີ່ມທະວີການຮ່ວມມືເຄື່ອນໄຫວກຳມະບານ ຫວຽດນາມ - ລາວ

(VOVWORLD) - ໃນລະຫວ່າງວັນທີ 18 – 20 ພະຈິກ, ທ່ານ ຫງວຽນດີງຄາງ, ປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ແລະ ຄະນະປະຕິບັດງານມີການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ.
ເພີ່ມທະວີການຮ່ວມມືເຄື່ອນໄຫວກຳມະບານ ຫວຽດນາມ - ລາວ - ảnh 1ທີ່ການພົບປະເຈລະຈາ

 ຕອນບ່າຍວັນທີ 18 ພະຈິກ, ຄະນະໄດ້ເຂົ້າຢ້ຽມຂ່ຳນັບທ່ານ ຄຳພັນ ວິພາວັນ ຜູ້ປະຈຳການຄະນະເລຂາສູນກາງພັກ - ຮອງປະທານປະເທດແຫ່ງ ສປປ.ລາວ ຕາມພິທີການທູດ ແລະ ພົບປະເຈລະຈາກັບທ່ານ ປ້ານ ນ້ອຍມະນີ ປະທານສະຫະພັນກຳມະບານ ລາວ. 2 ຝ່າຍໄດ້ເຫັນດີເປັນເອກະພາບ ຈະສືບຕໍ່ສາມັກຄີ, ໜູນຊ່ວຍກັນລະຫວ່າງອົງການກຳມະບານ 2 ປະເທດ, ພິເສດແມ່ນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ; ຊ່ວຍເຫຼືອການກໍ່ສ້າງພະນັກງານໜຸ່ມ, ພະນັກງານຫຼັກແຫຼ່ງ, ຂຶ້ນແຜນກຳນົດພະນັກງານການນຳ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະ ແບ່ງປັນບົດຮຽນເຄື່ອນໄຫວ, ໃຫ້ບຸລິມະສິດຮັບໃຊ້ໃຫ້ແກ່ວຽກງານກະກຽມໃຫ້ກອງປະຊຸມໃຫຍ່ກຳມະບານ ລາວ ໃນປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ