ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໂຄ​ສະ​ນາ​ເຜີຍ​ແຜ່​ວັດ​ທະ​ນະ​ທຳ ຫວຽດ - ຝ​ລັ່ງ ຜ່ານ​ຮູບ​ເງົ​າ

(VOVWORLD) - ໄລຍະຜ່ານມາ ຕະຫຼາດຮູບເງົາພາຍໃນ ຫວຽດນາມ ໄດ້ມີບາດກ້າວພັດທະນາຢ່າງແຮງ ແລະ ເປັນໜ້າຊື່ນຊົມ. CNC ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນໃນພາກພື້ນ, ໄດ້ ແລະ ກຳລັງມີຫຼາຍການເຄື່ອນໄຫວຮ່ວມມືຢ່າງມີປະສິດທິຜົນ. 
ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໂຄ​ສະ​ນາ​ເຜີຍ​ແຜ່​ວັດ​ທະ​ນະ​ທຳ ຫວຽດ - ຝ​ລັ່ງ ຜ່ານ​ຮູບ​ເງົ​າ - ảnh 1ການເຮັດວຽກ (ພາບ: VOV)

ວັນທີ 27 ກຸມພາ, ຢູ່ ປາຣີ (ຝລັ່ງ), ທ່ານນາງ ເຈິ່ນຫາຍເວິນ, ຮອງຫົວໜ້າກົມຮ່ວມມືສາກົນ, ກະຊວງວັດທະນະທຳ, ກິລາແລະ ການທ່ອງທ່ຽວ ໄດ້ມີການເຮັດວຽກກັບຜູ້ຕາງໜ້າຂອງອົງການຮູບເງົາແຫ່ງຊາດ ຝລັ່ງ (CNC). ທີ່ການເຮັດວຽກ, ທ່ານນາງ ເຈິ່ນຫາຍເວິນ ແບ່ງປັນວ່າ ຮູບເງົາແມ່ນໜຶ່ງໃນບັນດາຂົງເຂດຈຸດສຸມໃນຍຸດທະສາດພັດທະນາອຸດສາຫະກຳວັດທະນະທຳ ຫວຽດນາມ ແລະ ໃນປີນີ້, ເປັນຄັ້ງທຳອິດທີ່ ຫວຽດນາມ ຈັດ 3 ງານມະໂຫລານຮູບເງົາ ສາກົນ, ລວມມີ: ງານມະໂຫລານຮູບເງົາສາກົນ ນະຄອນ ໂຮ່ຈີມິນ; ງານມະໂຫລານຮູບເງົາ ອາຊີ - ປາຊີຟິກ ຢູ່ ດ່າໜັງ; ງານມະໂຫລານຮູບເງົາສາກົນ ຮ່າໂນ້ຍ. ທ່ານນາງ ເຈິ່ນຫາຍເວິນ ສະເໜີວ່າ CNC ຈະຮ່ວມເດີນທາງ ແລະ ໃຫ້ການໜູນຊ່ວຍບັນດາງານມະໂຫລານຮູບເງົານີ້ ດ້ວຍຫຼາຍຮູບແບບທີ່ຫຼາກຫຼາຍ, ສອດຄ່ອງກັບຄວາມສາມາດ, ເງື່ອນໄຂ ກໍຄືຄວາມຕ້ອງການຂອງແຕ່ລະຝ່າຍ. ຝ່າຍ ຫວຽດນາມ ກໍປາດຖະໜາວ່າ CNC ໜູນຊ່ວຍ ແລະ ສົມທົບກັບ ສູນວັດທະນະທຳ ຫວຽດນາມ ຢູ່ ຝລັ່ງ ຈັດຕັ້ງບັນດາການເຄື່ອນໄຫວແນະນຳໂຄສະນາຮູບເງົາ ຫວຽດນາມ ເຖິງມະຫາຊົນ ຝລັ່ງ ແລະ ເອີຣົບ.

        ຕາມທ່ານ Jeremie Kessler ຜູ້ອຳນວຍການຮັບຜິດຊອບ ເອີຣົບ ແລະ ການພົວພັນຕ່າງປະເທດຂອງ CNC ແລ້ວ, ໄລຍະຜ່ານມາ ຕະຫຼາດຮູບເງົາພາຍໃນ ຫວຽດນາມ ໄດ້ມີບາດກ້າວພັດທະນາຢ່າງແຮງ ແລະ ເປັນໜ້າຊື່ນຊົມ. CNC ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນໃນພາກພື້ນ, ໄດ້ ແລະ ກຳລັງມີຫຼາຍການເຄື່ອນໄຫວຮ່ວມມືຢ່າງມີປະສິດທິຜົນ. CNC ກໍຈະຊອກຫາກາລະໂອກາດຮ່ວມມື, ໂຄສະນາຮູບເງົາ ຫວຽດນາມ ຢູ່ ງານມະໂຫລານຮູບເງົາຂອງ ຝລັ່ງ.

ນັກຂ່າວ VOV ປະຈຳ ຝລັ່ງ

ຕອບກັບ

ຂ່າວ/ບົດ​ອື່ນ