ເພີ່ມທະວີການຮ່ວມມືໃນຂົງເຂດການປົກປັກຮັກດສາສິ່ງແວດແວດລ້ອມລະຫວ່າງ ນະຄອນເກີ່ນເທີ ແລະ ແຂວງ Nagasaki

(VOVWORLD) -ວັນທີ 03 ກໍລະກົດ, ຢູ່ນະຄອນເກີ່ນເທີ, ການນຳຄະນະກຳມະການປະຊາຊົນ ນະຄອນເກີ່ນເທີ ໄດ້ມີການເຮັດວຽກກັບ ຄະນະຜູ້ແທນສະມາຄົມມິດຕະພາບແຂວງ Nagasaki (ຍີ່ປຸ່ນ) - ຫວຽດນາມ ກ່ຽວກັບວຽກງານຍູ້ແຮງການລົງທຶນ, ການຮ່ວມມືແລກປ່ຽນມິດຕະພາບລະຫວ່າງສອງທ້ອງຖິ່ນ.

ເພີ່ມທະວີການຮ່ວມມືໃນຂົງເຂດການປົກປັກຮັກດສາສິ່ງແວດແວດລ້ອມລະຫວ່າງ ນະຄອນເກີ່ນເທີ ແລະ ແຂວງ Nagasaki - ảnh 1 ນະຄອນເກີ່ນເທີ ແລະ ແຂວງ Nagasaki ຈະມີການຮ່ວມມືຮອບດ້ານໃນອະນາຄົດ

(ພາບ: baocantho.com.vn)

ທີ່ການເຮັດວຽກ, ທ່ານ ເຈືອງກວາງຮວ່າຍນາມ, ຮອງປະທານຄະນະກຳມະການປະຊາຊົນ ນະຄອນເກີ່ນເທີ, ກ່າວວ່າ ນະຄອນເກີ່ນເທີ ມີຄວາມເອົາໃຈໃສ່ທີ່ສຸດເຖິງບັນຫາສິ່ງແວດລ້ອມ, ເປັນຕົ້ນແມ່ນສິ່ງເສດເຫຼືອ, ນໍ້າເສຍອຸດສາຫະກຳ. ນະຄອນເກີນເທີ ຍັງປາຖະໜາໃນອະນາຄົດຈະມີແຫຼ່ງທຶນຊ່ວຍເຫຼືອການພັດທະນາຢ່າງເປັນທາງການ (ODA) ຂອງ ຍີ່ປຸ່ນ ໃຫ້ ຫວຽດນາມ ເພີ່ມຂຶ້ື້ນ ເພື່ອກໍ່ສ້າງໂຮງງານບຳບັດນໍ້າເສຍອຸດສາຫະກຳໃນບໍລິເວນຕື່ມອີກ. ທ່ານ ເຈືອງກວາງຮວ່າຍນາມ ປາຖະໜາວ່າ ນະຄອນເກີ່ນເທີ ແລະ ແຂວງ Nagasaki ຈະມີການຮ່ວມມືຮອບດ້ານຫຼາຍກວ່າ ໃນອະນາຄົດ.

        ທ່ານ Tsutomu Tomioka, ສະມາຊິກສະພາແຫ່ງຊາດ ຍີ່ປຸ່ນ, ອະດິດຮອງລັດຖະມົນຕີກະຊວງສຶກສາ, ວັດທະນະທຳ - ກິດລາ, ວິທະຍາສາດ ແລະ ເຕັກໂນໂລຊີ, ປະທານສະມາຄົມມິດຕະພາບ Nagasaki - ຫວຽດນາມ, ຖືວ່າ ນະຄອນເກີ່ນເທີ ອາດຈະສ້າງໂຄງການບຳລຸງພະນັກງານຄຸ້ມຄອງສິ່ງແວດລ້ອມ, ກໍ່ສ້າງໂຄງການໂຮງງານໃຊ້ພະລັງງານຄວາມຮ້ອນເພື່ອກຳຈັດສິ່ງເສດເຫຼືອ, ປົກປັກຮັກສາສິ່ງແວດລ້ອມ, ເພື່ອຮັບໃຫ້ການດຳລົງຊີວິດຂອງປະຊາຊົນໃຫ້ດີກວ່າ ດ້ວຍແຫຼ່ງທຶນກູ້ຢືມ ODA ຂອງລັດຖະບານຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ