ເພີ່ມທະວີການຮ່ວມມືໃນຂົງເຂດເສດຖະກິດລະຫວ່າງດ່ານັ້ງແລະອີຕາລີ

ເພີ່ມທະວີການຮ່ວມມືໃນຂົງເຂດເສດຖະກິດລະຫວ່າງດ່ານັ້ງແລະອີຕາລີ - ảnh 1
ເລຂາຄະນະພັກນະຄອນ ດ່ານັ້ງ ແລະ ເອກອັກຄະລັດຖະທູດ ອີຕາລີ ປະຈຳ ຫວຽດນາມ (ເບື້ອງຊ້າຍ)
(ພາບ: Đoàn Lương)

(vovworld) –  ການ​ຮ່ວມ​ມື​ເສດຖະກິດ​ລະຫວ່າງ ດ່າ​ນັ້ງ ​ແລະ ອີ​ຕາ​ລີ ​ແມ່ນ​ຫົວ​ຂໍ້​ຂອງ​ການ​ໂອ້​ລົມ​ສົນທະນາ​​ໂດຍ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ດ່າ​ນັ້ງ ສົມທົບ​ກັບກົມ​ພົວພັນ​ຕ່າງປະ​ເທດ ຂຶ້ນ​ກັບ​ກະຊວງ​ການ​ຕ່າງປະ​ເທດ ຈັດ​ຕັ້ງ​ໃນ​ວັນ​ທີ 3/3 ຢູ່ ດ່າ​ນັ້ງ. ທີ່​ການ​ໂອ້​ລົມ​ສົນທະນາ, ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ດ່າ​ນັ້ງ ຟູ່ງ​ເຕີ໋ນວຽດ, ​ໃຫ້​ຮູ້​ວ່າ: ນະຄອນ ດ່າ​ນັ້ງ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ດຶງ​ດູດ​ການ​ລົງທຶນ, ສົ່ງ​ເສີມດ້ານ​ການ​ຄ້າ, ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ດຳ​ເນີນ​ທຸລະ​ກິດ ​ແລະ ​ວາງ​ແຜນຜັງ​ບັນດາ​ນະ​ໂຍບາຍ​ເໝາະ​ສົມ​​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ, ພິ​ເສດ​ແມ່ນ​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດມາ​ລົງທຶນ​ຢູ່ ດ່າ​ນັ້ງ. ກາ​ນ​ໂອ​້ລົມ​ສົນທະນາ​ແມ່ນ​ໂອກາດ​ເພື່ອ​ໃຫ້​ຜູ້ຕາງໜ້າ​ບັນດາ​ຫົວໜ່ວຍ, ວິ​ສາ​ຫະກິດ​ຂອງ ອີ​ຕາ​ລີ ສຳ​ພັດ​ກັບ​ຂໍ້​ມູນ​ຂ່າວ​ກ່ຽວກັບ​ສະພາບ​ແວດລ້ອມ​ແຫ່ງ​ການ​ລົງທຶນ​ຢູ່ ດ່າ​ນັ້ງ.

        ທີ່​ການ​ໂອ້​ລົ​ມສົນທະນາ, ຜູ້ຕາງໜ້າ​ຫ້ອງການ​ການ​ຄ້າ ອີ​ຕາ​ລີ ປະຈຳ ຫວຽດນາມ ຕີ​ລາຄາ​ສູງ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງ ດ່າ​ນັ້ງ, ​​ເຊິ່ງແມ່ນ​ນະຄອນ​​ທີ່​ມີ​ທະ​ເລ ​ແລະ ​​ເປັນ​ກຳລັງ​ໜູນ​ຂອງ​ພາກ​ກາງ ກໍ່​ຄື​ຄວາມ​ມານະ​ພະຍາຍາມ ​ແລະ ສ້າງ​​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ​ເມື່ອ​ມາ​ລົງທຶນ​ຢູ່ ດ່າ​ນັ້ງ. ບັນດາ​ຜູ້​ແທນ​ຝ່າຍ ອີ​ຕາ​ລີ ຫວັງ​ວ່າ ຜ່ານການ​​ໂອ້​ລົມ​ສົນທະນາ​ນີ້ຈະ​ເປີດ​ຫຼາຍ​ແງ່​ຫວັງ​​ໃນ​ການຮ່ວມ​ມື​ເສດຖະກິດ​ລະຫວ່າງ ດ່າ​ນັ້ງ ​ແລະ ບັນດາ​ວິ​ສາ​ຫະກິດ ອີ​ຕາ​ລີ.


ຂ່າວ/ບົດ​ອື່ນ