ເພີ່ມທະວີການຮ່ວມມືໃນຂະແໜງການກະຈ່າຍສຽງລະຫວ່າງຫວຽດນາມແລະກູບາ

(VOVWORLD) -ວັນທີ 10 ເມສາ, ທີ່ສຳນັກງານວິທະຍຸກະຈ່າຍສຽງຫວຽດນາມ (ເຮືອນເລກທີ 58, ຖະໜົນກວານຊື໋, ຮ່າໂນ້ຍ), ທ່ານ ຫງວຽນເທ໋ກີ ຜູ້ອຳນວຍການໃຫຍ່ວິທະຍຸກະຈ່າຍສຽງຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນວິສາຫະກິດ Radio ກູບາ, ໂດຍທ່ານ Yunior Guerra Quinones ຜູ້ອຳນວຍການສາຂາວິທະຍຸກະຈ່າຍສຽງຢູ່ແຂວງ Mayabeque, ປະເທດກູບາ ເປັນຫົວໜ້າຄະນະ.

ເພີ່ມທະວີການຮ່ວມມືໃນຂະແໜງການກະຈ່າຍສຽງລະຫວ່າງຫວຽດນາມແລະກູບາ - ảnh 1 ທ່ານຫງວຽນເທ໋ກີຕ້ອນຮັບທ່ານ Yunior Guerra Quinones ພ້້ອມດ້ວຍຄະນະຜູ້ແທນກູບາ

(ພາບ: VOV5)

ການຕ້ອນຮັບ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບຄວາມສາມາດບົ່ມຊ້ອນການຮ່ວມມືໃນຂະແໜງການກະຈ່າຍສຽງລະຫວ່າງວິທະຍຸກະຈ່າຍສຽງຫວຽດນາມ ແລະ ບັນດາອົງການກະຈ່າຍສຽງຂອງກູບາ, ພ້ອມທັງສະເໜີແນະບັນດາຮູບແບບການຮ່ວມມືໃໝ່ລະຫວ່າງສອງຝ່າຍໃນໄລຍະຈະມາເຖິງ. ທ່ານຜູ້ອຳນວຍການໃຫຍ່ ຫງວຽນເທ໋ກີ ປາດຖະໜາວ່າການພົວພັນອັນດີງາມລະຫວ່າງສອງປະເທດເວົ້າລວມ ແລະ ອົງການກະຈ່າຍສຽງ ແລະ ໂທລະພາບລະຫວ່າງສອງປະເທດເວົ້າສະເພາະຈະໄດ້ສືບຕໍ່ຮັກສາ ແລະພັດທະນາ.

        “ຫວຽດນາມ ແລະ ກູບາມີນ້ຳໃຈມິດຕະພາບແບບພິເສດ, ການຮ່ວມມືແຕ່ດົນນານ. ແຕ່ກ່ອນນີ້, ນັບແຕ່ໄລຍະພວກຂ້າພະເຈົ້າດຳເນີນການຕໍ່ສູ້ຕ້ານອາເມລິກາກູ້ຊາດ ໄດ້ມີພະນັກງານຫຼາຍຄົນຂອງຫວຽດນາມ ໄດ້ຮັບການບຳລຸງສ້າງດ້ານເນື້ອໃນ ແລະ ເຕັກນິກໃນຂະແໜງການກະຈ່າຍສຽງ ແລະ ໂທລະພາບຢູ່ກູບາ. ເດືອນມິຖຸນານີ້, ຂ້າພະເຈົ້າຈະນຳໜ້າຄະນະຜູ້ແທນວິທະຍຸກະຈ່າຍສຽງຫວຽດນາມເດີນທາງໄປຢ້ຽມຢາມກູບາ ເພື່ອຊອກຫາຂໍ້ມູນເພີ່ມເຕີມກ່ຽວກັບການເຄື່ອນໄຫວກະຈ່າຍສຽງຂອງກູບາ. ພວກຂ້າພະເຈົ້າປາດຖະໜາວ່າ ສອງຝ່າຍພວກເຮົາຈະແຕ່ງຕັ້ງຄະນະພະນັກງານໄປມາຫາສູ່ກັນ, ແລກປ່ຽນບົດຮຽນ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນເປັນປະຈຳ”.

        ສ່ວນ ທ່ານ Yunior Guerra Quinones ຜູ້ອຳນວຍການ Radio ກູບາຢູ່ແຂວງ Mayabeque, ຢັ້ງຢືນວ່າ ດ້ວຍປະສົບການດ້ານກະຈ່າຍສຽງພາຍໃນ 20 ປີຜ່ານມາ ຢູ່ທະວີບອາເມລິກາ ແລະ ກາຣີເບ, ວິສາຫະກິດພວກເຮົາພ້ອມແລ້ວທີ່ຈະແບ່ງປັນບົດຮຽນໃຫ້ແກ່ວິທະຍຸກະຈ່າຍສຽງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ