ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂະ​ແໜງ​ການ​ສຶກ​ສາຂອງ ຫວຽດ​ນາມ ກັບ ໂລກ

(VOVWORLD) -   ວັນທີ 14 ກໍລະກົດ, ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຫງວຽນກິມເຊີນ ໄດ້ໃຫ້ການຕ້ອນຮັບທ່ານນາງ Carolyn Turk, ຜູ້ອຳນວຍການທະນາຄານໂລກ (WB) ປະຈຳ ຫວຽດນາມ.
ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂະ​ແໜງ​ການ​ສຶກ​ສາຂອງ ຫວຽດ​ນາມ ກັບ ໂລກ - ảnh 1ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຫງວຽນກິມເຊີນ ຕ້ອນຮັບທ່ານນາງ Carolyn Turk, ຜູ້ອຳນວຍການທະນາຄານໂລກ

ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ຫງວຽນກິມເຊີນ ໃຫ້ຮູ້ວ່າ ໃນຊຸມປີຜ່ານມາ, ທະນາຄານໂລກໄດ້ໃຫ້ການໜູນຊ່ວຍກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໃນການປ່ຽນແປງໃໝ່ລະບົບການສຶກສາສາມັນ, ສ້າງໂຮງຮຽນແບບໃໝ່ຢູ່ ຫວຽດນາມ ແລະ ພັດທະນານະໂຍບາຍການສຶກສາ. ທ່ານລັດຖະມົນຕີ ຫງວຽນກິມເຊີນ ຫວັງວ່າ ໃນໄລຍະຈະມາເຖິງ, ທະນາຄານໂລກ ຈະສືບຕໍ່ໃຫ້ບຸລິມະສິດໜູນຊ່ວຍ ຫວຽດນາມ ໃນການພັດທະນາລະບົບໂຮງຮຽນ, ຫ້ອງຮຽນໃຫ້ແກ່ການສຶກສາສາມັນ ແລະ ບັນດາຮາກຖານບຳລຸງສ້າງໃຫ້ຄົບຊຸດ ແລະ ມີຄຸນນະພາບ; ພ້ອມທັງມີຄວາມເອົາໃຈໃສ່ເຖິງການໜູນຊ່ວຍແຫຼ່ງຊັບພະຍາກອນມະນຸດເພື່ອຊ່ວຍ ຫວຽດນາມ ພັດທະນາກຳລັງຄວາມສາມາດໃຫ້ແກ່ຖັນແຖວຄູອາຈານ, ຈາກນັ້ນ ຍົກສູງຄຸນນະພາບການສຶກສາ ແລະ ບຳລຸງສ້າງ.

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂະ​ແໜງ​ການ​ສຶກ​ສາຂອງ ຫວຽດ​ນາມ ກັບ ໂລກ - ảnh 2ທ່ານລັດຖະມົນຕີ ຫງວຽນກິມເຊີນ ກໍໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອັງກິດ ປະຈຳ ຫວຽດນາມ Gareth Ward
 ກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີ ຫງວຽນກິມເຊີນ ກໍໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອັງກິດ ປະຈຳ ຫວຽດນາມ Gareth Ward ເຊັ່ນດຽວກັນ.  

ນັກຂ່າວ ທູຮັ່ງ


ຕອບກັບ

ຂ່າວ/ບົດ​ອື່ນ