ເພີ່ມທະວີການຮ່ວມສຳພັນການໂຄສະນາໃຫ້ປີທ່ອງທ່ຽວແຫ່ງຊາດຮ້າລອງ - ກວາງນິງ 2018

(VOVWORLD) -ຕອນບ່າຍວັນທີ 29 ມີນາ, ແຂວງກວາງນິງ ໄດ້ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບເລື່ອງເພີ່ມທະວີຮ່ວມສຳພັນການໂຄສະນາ ດ້ວຍການເຂົ້າຮ່ວມຂອງ ອົງການສື່ມວນຊົນທັງຢູ່ພາຍໃນປະເທດ ແລະ ສາກົນຫຼາຍແຫ່ງ ເພື່ອແນໃສ່ເພີ່ມທະວີການໂຄສະນາໃຫ້ແກ່ປີທ່ອງທ່ຽວແຫ່ງຊາດ ຮ້າລອງ - ກວາງນິງ 2018.
ເພີ່ມທະວີການຮ່ວມສຳພັນການໂຄສະນາໃຫ້ປີທ່ອງທ່ຽວແຫ່ງຊາດຮ້າລອງ - ກວາງນິງ 2018 - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ 

ທີ່ກອງປະຊຸມສຳມະນາ, ຜູ້ຕາງໜ້າບັນດາອົງການຄຸ້ມຄອງລັດ ກ່ຽວກັບການທ່ອງທ່ຽວ ແລະ ສື່ສານ ລ້ວນແຕ່ຢັ້ງຢືນບົດບາດອັນໃຫຍ່ຫຼວງຂອງສື່ມວນຊົນໃນການໂຄສະນາບັນດາຄຸນຄ່າຂອງການທ່ອງທ່ຽວ. ບັນດາທ້ອງຖິ່ນທີ່ເຄີຍເປັນເຈົ້າພາບຈັດຕັ້ງປີທ່ອງທ່ຽວແຫ່ງຊາດ ກໍ່ແບ່ງປັນບົດຮຽນ, ມາດຕະການ ແລະ ວິທີການຮ່ວມສຳພັນການໂຄສະນາສື່ສານຫຼາຍຢ່າງ ພິເສດແມ່ນສື່ເອເລັກໂຕນິກ ແລະ ສື່ສັງຄົມອອນລາຍ ດ້ວຍຫຼາຍພາສາ ເພື່ອດຶງດູດແຂກທ່ອງທ່ຽວສາກົນ. ທ່ານ ຟ້າມງອັກທຸຍ, ຫົວໜ້າພະແນກທ່ອງທ່ຽວແຂວງກວາງນິງ ໃຫ້ຮູ້ວ່າ:

ນັບແຕ່ຕົ້ນປີ ບັນດາພະແນກ, ຄະນະ, ຂະແໜງການ ໄດ້ເປັນເສນາທິການໃຫ້ຄະນະກຳມະການປະຊາຊົນແຂວງ ປະກາດໃຊ້ບັນດາແຜນການ ເພື່ອຜັນຂະຫຍາຍປີທ່ອງທ່ຽວແຫ່ງຊາດ, ໃນນັ້ນ ພິເສດແມ່ນແຜນການກ່ຽວກັບການໂຄສະນາ. ມາຮອດຈຸດເວລານີ້, ບັນດາຂໍ້ມູນຮູບພາບກ່ຽວກັບປີທ່ອງທ່ຽວແຫ່ງຊາດກໍ່ໄດ້ເອົາລົງອິນເຕີແນັດເປັນທີ່ຮຽບຮ້ອຍແລ້ວ ແລະ ປາຖະໜາວ່າ ການໂຄສະນາຂໍ້ມູນຂ່າວສານກ່ຽວກັບປີທ່ອງທ່ຽວແຫ່ງຊາດ ຈະໄປເຖິງປະຊາຊົນທຸກຄົນຢ່າງແຮງກວ່າອີກ

ຕອບກັບ

ຂ່າວ/ບົດ​ອື່ນ