ເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງໃນການພັດທະນາກະສິກຳທົ່ວໂລກ

(VOVWORLD) - ທີ່ເວທີປາໄສ, ບັນດາຜູ້ແທນຖືວ່າ, ເພື່ອຍົກສູງບົດບາດຂອງແມ່ຍິງໃນຂົງເຂດກະສິກຳ, ຕ້ອງມີການຮ່ວມມືກັນຢ່າງແໜ້ນແຟ້ນລະຫວ່າງບັນດາອົງການຂອງລັດຖະບານ, ບັນດາອົງການຈັດຕັ້ງສາກົນ ແລະ ປະຊາຄົມ
ເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງໃນການພັດທະນາກະສິກຳທົ່ວໂລກ - ảnh 1(ທີ່ເວທີປາໄສ “ເພື່ອຄວາມກ້າວໜ້າຂອງແມ່ຍິງໃນກະສິກຳ”)

        ໃນຂອບເຂດລາຍການ “ປີຊາວກະສິກອນຍິງສາກົນ” ຢູ່ ຫວຽດນາມ, ຕອນບ່າຍວັນທີ 12 ສິງຫາ, ຢູ່ສະຖາບັນກະສິກຳ ຫວຽດນາມ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ສົມທົບກັບສະຖານທູດ ອາເມລິກາ ປະຈຳ ຫວຽດນາມ ຈັດເວທີປາໄສທາງອອນລາຍ “ເພື່ອຄວາມກ້າວໜ້າຂອງແມ່ຍິງໃນກະສິກຳ”.

        ທີ່ເວທີປາໄສ, ບັນດາຜູ້ແທນຖືວ່າ, ເພື່ອຍົກສູງບົດບາດຂອງແມ່ຍິງໃນຂົງເຂດກະສິກຳ, ຕ້ອງມີການຮ່ວມມືກັນຢ່າງແໜ້ນແຟ້ນລະຫວ່າງບັນດາອົງການຂອງລັດຖະບານ, ບັນດາອົງການຈັດຕັ້ງສາກົນ ແລະ ປະຊາຄົມ; ສ້າງເງື່ອນໄຂໃຫ້ເຂົາເຈົ້າສຳຜັດກັບແຫຼ່ງທຶນ, ເຕັກໂນໂລຊີ ແລະ ຕະຫຼາດ. ທ່ານນາງ ຮະຖຸຍແຮ້ງ, ຮອງປະທານສະມາຄົມຟາມ ແລະ ວິສາຫະກິດກະສິກຳ ຫວຽດນາມ, ຖືວ່າ:

        “ເລື່ອງຍົກສູງບົດບາດຂອງແມ່ຍິງໃນບັນດາວິສາຫະກິດກະສິກຳທັນສະໄໝໃນປະຈຸບັນຕ້ອງການມີການສຳຫຼວດ ແລະ ຕີລາຄາຫຼາຍທີ່ສຸດ ເພື່ອຍົກອອກບັນດານະໂຍບາຍພິເສດສະເພາສຳລັບແຕ່ລະເຂດ, ພາກ ກໍຄືຜະລິດຕະພັນກະເສດແຕ່ລະຊະນິດຂອງ ຫວຽດນາມ. ໃນບັນດາປະຊາຄົມ, ພິເສດແມ່ນປະຊາຄົມວິສາຫະກິດແມ່ຍິງຂະໜາດກາງ ແລະ ນ້ອຍຢູ່ເຂດຫ່າງໄກສອກຫຼີກ ຫຼື ເຂດຖືກຜົນສະທ້ອນຍ້ອນການປ່ຽນແປງຂອງດິນຟ້າອາກາດ ຕ້ອງມີບັນດານະໂຍບາຍສະດວກກວ່າໃຫ້ແກ່ແມ່ຍິງ”.

ຕອບກັບ

ຂ່າວ/ບົດ​ອື່ນ