ເພີ່ມທະວີການເຄື່ອນໄຫວກວດສອບບັນຊີແຫ່ງລັດ ມຸ່ງໄປເຖິງເປົ້າໝາຍພັດທະນາແບບຍືນຍົງ

(VOVWORLD) -ກອງປະຊຸມໃຫຍ່ ບັນດາອົງການກວດສອບບັນຊີແຫ່ງລັດ ສູງສຸດ ອາຊີີ ຄັ້ງທີ 14 (ASOSAI 14) ຈະໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 19 ກັນຍາ. ກອງປະຊຸມ ແມ່ນເຫດການ ການເມືອງ - ການຕ່າງປະເທດ ທີ່ມີຄວາມໝາຍສໍາຄັນ, ປະກອບສ່ວນຢັ້ງຢືນທີ່ຕັ້ງ ແລະ ບົດບາດຂອງອົງການກວດສອບບັນຊີແຫ່ງລັດ ຫວຽດນາມໃນພາກພື້ນ ແລະ ໃນໂລກ.

ຫົວຂໍ້ຂອງກອງປະຊຸມໃຫຍ່ ASOSAI 14 ແມ່ນ “ກວດສອບສິ່ງແວດລ້ອມ ເພື່ອການພັດທະນາແບບຍືນຍົງ” ແມ່ນຂໍ້ລິເລີ່ມຂອງອົງການກວດສອບບັນຊີແຫ່ງລັດຫວຽດນາມ ແລະ ໄດ້ຮັບຄວາມເຫັນດີເຫັນພ້ອມສູງ ຂອງຄະນະບໍລິຫານ ASOSAI 14. ທ່ານ ຫງວຽນຕ໋ວນແອັງ ຮອງຫົວໜ້າໃຫຍ່ອົງການກວດສອບບັນຊີແຫ່ງລັດຫວຽດນາມ ໃຫ້ຮູ້ວ່າ:

        “ຈຸດພົ້ນເດັ່ນໃນຂອບເຂດກອງປະຊຸມຄັ້ງນີ້, ນັ້ນແມ່ນກອງປະຊຸມຫົວເລື່ອງສະເພາະ ຄັ້ງທີ 7 ດ້ວຍຫົວຂໍ້ກວດສອບສິ່ງແວດລ້ອມ ເພື່ອການພັດທະນາແບບຍືນຍົງ”. ນີ້ແມ່ນເນື້ອໃນດໍາເນີນກອງປະຊຸມສະແດງໃຫ້ເຫັນຄໍາໝັ້ນສັນຍາ, ຄວາມມານະພະຍາຍາມ ແລະ ການປະກອບສ່ວນອັນແທດຈິງຂອງປະຊາຄົມ ASOSAI ໃນວິວັດການປະຕິບັດຕາມເປົ້າໝາຍແຫ່ງການພັດທະນາແບບຍືນຍົງ ຂອງສະຫະປະຊາຊາດ ແລະ ແກ້ໄຂບັນດາບັນຫາ, ສິ່ງທ້າທາຍ ກ່ຽວກັບສິ່ງແວດລ້ອມທົ່ວໂລກ, ພິເສດ, ກອງປະຊຸມຈະຮັບຮອງເອົາຖະແຫຼງການ ຮ່າໂນ້ຍ,ເອກະສານທາງການສະຫຼຸບບັນດາໝາກຜົນຂອງການເຮັດວຽກທີ່ສໍາຄັນທີ່ສຸດຂອງກອງປະຊຸມໃຫຍ່ ແລະ ສ່ອງແສງໃຫ້ເຫັນເຖິງຄໍາໝັ້ນສັນຍາການເຄື່ອນໄຫວຂອງປະຊາຄົມ ASOSAI  ສໍາລັບບັນດາເປົ້າໝາຍພັດທະນາຂອງ ASOSAI ໄລຍະ 2016 - 2021. ຖະແຫຼງການ ຮ່າໂນ້ຍ ກໍແມ່ນການຢັ້ງຢັນໃຫ້ເຫັນເຖິງຄວາມເອົາໃຈໃສ່, ບັນດາຄວາມມານະພະຍາຍາມ ແລະ ການປະກອບສ່ວນອັນແທດຈິງຂອງປະຊາຄົມ ASOSAI  ບົນພື້ນຖານໝາກຜົນຂອງກອງປະຊຸມຫົວເລື່ອງສະເພາະ ຄັ້ງທີ 7 ນີ້”.

ຕອບກັບ

ຂ່າວ/ບົດ​ອື່ນ