ເພີ່ມທະວີການເຄື່ອນໄຫວແລກປ່ຽນການຄ້າຫວຽດນາມ-ຟີລິບປີນ

ເພີ່ມທະວີການເຄື່ອນໄຫວແລກປ່ຽນການຄ້າຫວຽດນາມ-ຟີລິບປີນ - ảnh 1
(ພາບປະກອບ)

(vovworld) –​ ວັນ​ທີ 18/8, ຄະນະ​ວິ​ສາ​ຫະກິດ ຟີ​ລິບ​ປີນ ລວມມີ​ວິ​ສາ​ຫະກິດ 15 ​ແຫ່ງ ພວມ​ເຄື່ອນ​ໄຫວ​ໃນ​ບັນດາ​ຂົງ​ເຂດ​ສະບຽງ​ອາຫານ, ຫຸ້ມ​ຫໍ່​ເຄື່ອງ​ຂອງ, ມອບ​​ໂອນສິດ​ດຳ​ເນີນ​ທຸລະ​ກິດ…​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ແລກປ່ຽນ​ກັບ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ໂດຍ​ຫ້ອງ​ການ​ກົມ​ສົ່ງ​ເສີມ​ການ​ຄ້າ​ເຂດ​ພາກ​ໃຕ້ (ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ) ສົມທົບກັບ​ກົມ​ສົ່ງ​ເສີມການ​ສົ່ງອອກ ຟີ​ລິບ​ປີນ ​ຈັດ​ຕັ້ງ​ຢູ່​ນະຄອນ ​ໂຮ່ຈີ​ມິນ. ບັນດາ​ວິ​ສາ​ຫະກິດ 2 ປະ​ເທດ ​ໄດ້​ເຫັນ​ດີ​ເປັນ​ເອກະສັນວ່າ: ​ປີ 2015 ພວມ​ເປີດ​ກາລະ​ໂອກາດ​ຮ່ວມ​ມືຫລາຍ​ຢ່າງ​ໃຫ້​​​ວິ​ສາ​ຫະກິດ 2 ຝ່າຍ, ພິ​ເສດ​​ແມ່ນໃນ​ສະພາວະ​ພວມ​ກະກຽມ​ສ້າງ​ຕັ້ງ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ ​ໃນ​ທ້າຍ​ປີ​ນີ້. ​ເພາະສະ​ນັ້ນ, ​ເລື່ອງ​ເຊື່ອມ​ຕໍ່​ການແລກປ່ຽນ​ການ​ຄ້າ​ລະຫວ່າງ​ວິ​ສາ​ຫະກິດ 2 ປະ​ເທດ​ຈະ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື, ​ແລກປ່ຽນ​ການ​ຄ້າ, ພ້ອມ​ທັງ​ ສ້າງ​ເງື່ອນ​ໄຂ​ໃຫ້​ວິ​ສາ​ຫະກິດ 2 ຝ່າຍ​ສາມາດ​ຊອກ​ຫາ​ໄດ້​ຄູ່​ຮ່ວມ​ມື, ສຳ​ຫຼວດ​ຕະຫລາດຕົວ​ຈິງ

           ​ໃນ​ປະ​ຈຸ​ບັນ, ​ແຫຼ່ງທຶນ FDI ຈາກ ຟີ​ລິບ​ປີນ ​​ເຂົ້າ ຫວຽດນາມ ສ່ວນຫຼາຍສຸມ​ໃສ່​ ​ຂົງ​ເຂດ​ອຸດສາຫະກຳ​ປຸງ​ແຕ່ງ, ການ​ຜະລິດ; ຕໍ່​ໄປ​ແມ່ນ​ບັນດາ​ຂົງ​ເຂດ​ກະສິກຳ - ປ່າ​ໄມ້, ສິນ​ໃນ​ນ້ຳ; ຢືນ​ອັນ​ດັບທີ 3​ ແມ່ນຂົງ​ເຂດ​ຂາຍ​ສົ່ງ ​ແລະ ຂາຍຍ່ອຍ.

ຂ່າວ/ບົດ​ອື່ນ