ເພີ່ມ​ທະ​ວີ​ການ​ເງິນ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ ໂດຍ​ແມ່​ຍິງ​ເປັນ​ເຈົ້າ​ຂອງ ຢູ່ ຫວຽດ​ນາມ

(VOVWORLD) -  ດ້ວຍວິທີການສະໜອງຄວາມສາມາດໃນເຂົ້າເຖິງເງິນ ແລະ ບັນດາການບໍລິການໃຫ້ຄຳປຶກສາຢ່າງລະອຽດເພື່ອຕອບສະໜອງຄວາມຕ້ອງການ, ການພົວພັນຄູ່ຮ່ວມມືຂອງ ADB ແລະ LPBankຈະຊ່ວຍ ບັນດານັກທຸລະກິດຍິງ ຢູ່ ຫວຽດນາມ ເສີມຂະຫຍາຍກຳລັງແຮງ ແລະ ປະກອບສ່ວນໃຫ້ແກ່ການເຕີບໂຕເສດຖະກິດ.
ເພີ່ມ​ທະ​ວີ​ການ​ເງິນ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ ໂດຍ​ແມ່​ຍິງ​ເປັນ​ເຈົ້າ​ຂອງ ຢູ່ ຫວຽດ​ນາມ - ảnh 1ເພີ່ມທະວີການເງິນໃຫ້ແກ່ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ໂດຍແມ່ຍິງເປັນເຈົ້າຂອງ ຢູ່ ຫວຽດນາມ (ພາບ: Vneconmy)

ໃນວັນທີ 12 ມິຖຸນາ ທະນາຄານພັດທະນາອາຊີ (ADB) ແລະ ທະນາຄານການຄ້າຫຸ້ນສ່ວນໄປສະນີລຽນຫວຽດ (LPBank) ໄດ້ລົງນາມບ້ວງເງິນກູ້ຢຶມບຸລິມະສິດຂຶ້ນເຖິງ 80 ລ້ານ USD ເພື່ອເພີ່ມທະວີຄວາມສາມາດໃນການເຂົ້າເຖິງ ແຫຼ່ງການເງິນໃຫ້ແກ່ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ໂດຍ ແມ່ຍິງເປັນເຈົ້າຂອງຢູ່ ຫວຽດນາມ.   ບ້ວງເງິນນີ້ ລວມມີ 30 ລ້ານ USD ເຊິ່ງແມ່ນເງິນກູ້ຢຶມ ຈາກແຫຼ່ງທຶນທຳມະດາຂອງ ADB ແລະ ບັນດາບ້ວງເງິນກູ້ຢຶມສົມທົບທຶນ ດ້ວຍມູນຄ່າ 50 ລ້ານ USD, ລວມມີ 30 ລ້ານ USD ຈາກທະນາຄານສົ່ງອອກ - ນຳເຂົ້າຈີນ ແລະ 20 ລ້ານ USD ຈາກກອງທຶນ ILX I ເຊິ່ງແມ່ນກອງທຶນຄຸ້ມຄອງຊັບສິນ ທີ່ມີສຳນັກງານຢູ່ Amsterdam ຈະສຸມໃສ່ໜູນຊ່ວຍບັນດາເປົ້າໝາຍພັດທະນາແບບຍືນຍົງ ຢູ່ບັນດາຕະຫຼາດຫາກໍ່ພົ້ນເດັ່ນ. ບ້ວງເງິນນີ້ ຈະຊ່ວຍທະນາຄານ LPBank ອອກແບບບັນດາຜະລິດຕະພັນ ແລະ ຂັ້ນຕອນໃໝ່ເພື່ອເພີ່ມທະວີການໜູນຊ່ວຍໃຫ້ແກ່ວິສາຫະກິດຂະໜາດກາງ ແລະ ນ້ອຍ ໂດຍແມ່ຍິງເປັນເຈົ້າຂອງ. ທ່ານນາງ Suzanne Gaboury ຫົວໜ້າກົມໃຫຍ່ວິຊາການພາກເອກະຊົນ ຂອງ ADB ແບ່ງປັນວ່າ ດ້ວຍວິທີການສະໜອງຄວາມສາມາດໃນເຂົ້າເຖິງເງິນ ແລະ ບັນດາການບໍລິການໃຫ້ຄຳປຶກສາຢ່າງລະອຽດເພື່ອຕອບສະໜອງຄວາມຕ້ອງການ, ການພົວພັນຄູ່ຮ່ວມມືຂອງ ADB ແລະ LPBankຈະຊ່ວຍ ບັນດານັກທຸລະກິດຍິງ ຢູ່ ຫວຽດນາມ ເສີມຂະຫຍາຍກຳລັງແຮງ ແລະ ປະກອບສ່ວນໃຫ້ແກ່ການເຕີບໂຕເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ