ເພີ່ມທະວີການເຈລະຈາລະຫວ່າງລັດຖະບານຫວຽດນາມກັບບັນດາຄູ່ຮ່ວມມືພັດທະນາ

ເພີ່ມທະວີການເຈລະຈາລະຫວ່າງລັດຖະບານຫວຽດນາມກັບບັນດາຄູ່ຮ່ວມມືພັດທະນາ - ảnh 1
(ພາບປະກອບ)

(vovworld) – ​ “ຕ້ອງ​ເພີ່ມ​ທະວີ​ການ​ເຈລະຈາ​ລະຫວ່າງ​ລັດຖະບານ​ກັບ​ບັນດາ​ຄູ່​ຮ່ວມ​ມື​ພັດທະນາ ​ເພື່ອ​ສາມາດ​ຮັບ​ໃຊ້​ແຫຼ່ງ​ຊ່ວຍ​ເຫຼືອ​ຢ່າງ​ມີປະສິດທິ​ຜົນທີ່​ສຸດ” ​ແມ່ນ​ຂໍ້​ສະ​ເໜີ​ແນະ ​ທີ່ໄດ້​ຍົກ​ອອກ​ມາຢູ່​ກອງ​ປະຊຸມ​ຕີ​ລາຄາ​ສະພາບ​ຜັນ​ຂະຫຍາຍ​ໝາກຜົນ​ຂອງ​ເວທີ​ປາ​ໄສ​ຄູ່​ຮ່ວມ​ມື​ພັດທະນາ​ຫວຽດນາມ (VDPF), ທີ່ດຳ​ເນີນ​​ໃນ​ວັນ​ທີ 23/6, ຢູ່​ຮ່າ​ໂນ້ຍ. ​ເວທີ​ປາ​ໄສ​ຄູ່​ຮ່ວມ​ມື​ພັດທະນາ 2013 ​ໄດ້​ຂີດ​ໝາຍ​ບາດ​ລ້ຽວ​ໃນ​ການ​ສ້າງ​ການເຈລະຈາ​ນະ​ໂຍບາຍ​ຂັ້ນ​ສູງ​ລະຫວ່າງ​ລັດຖະບານ ​ແລະ ບັນດາ​ຄູ່​ຮ່ວມ​ມື​ພັດທະນາ ກ່ຽວ​ກັບ​ບັນດາ​ບັນຫາ ​ເຊິ່ງປະຊາຊົນ​ເອົາ​ໃຈ​ໃສ່. ພາຍຫຼັງ 1 ກວ່າ​ປີ​ແຫ່ງ​ການ​ຜັນ​ຂະຫຍາຍ, ມາຮອດ​ປະຈຸ​ບັນ, ​ພາຍ​ໃຕ້​ການ​ເປັນ​ເຈົ້າພາບ​ຂອງ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ການ​ສົມທົບ​ຂອງ​ບັນດາ​ຄູ່​ຮ່ວມ​ມື​ພັດທະນາ, ບັນດາ​ກຸ່ມ​ປະຕິບັດ​ງານສາມາດບັນ​ລຸ​ໄດ້​ບັນດາ​ຜົນ​ງານ​ທີ່​ໜ້າ​ຮັບຮູ້: ປະກອບສ່ວນຮັດ​ແຄບ​ຊ່ອງ​ວ່າງລະຫວ່າງຄົນ​ຮັ່ງ - ຄົນ​ທຸກ​ຍາກ, ລະ​ຫວ່ງ​ເຂດ​ພາກ, ພິ​ເສດ​ແມ່ນ​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍລົງ.

            ທີ່​ກ​ອງປະຊຸມ, ກະຊວງ​ແຜນການ ​ແລະ ການ​ລົງທຶນ ​​​ສະ​ເໜີ​ວ່າ, ​ໃນ​ສະພາບ​ປ່ຽນ​ແປງ​ແຫຼ່ງທຶນ​ອຸປະຖຳ​ພັດທະນາ​ຢ່າງ​ເປັນ​ທາງ​ການ (ODA), ຄວນ​ກຳນົດ​ບັດ​ດາ​ຄາດໝາຍ ​ແລະ ຂົງ​ເຂດ​ບຸລິມະສິດ​ໃຫ້​ແກ່​ການພັດທະນາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ. ລັດຖະບານ​ຄວນ​ເພີ່ມ​ເຕີມ​ກົນ​ໄກ ​ແລະ ງົບປະມານທຽບ​ເທົ່າ​ໃຫ້​ເໝາະ​ສົມ ​ເພື່ອ​ດຶງ​ດູດ​ພາກ​ເອກະ​ຊົນ ​ແລະ ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ເຂົ້າ​ຮ່ວມ​ໃນ​ຂົງ​ເຂດ​ສະໜອງນ້ຳ​ສະອາດ ​ແລະ ຮັກສາ​ອະນາ​ໄມ​ສິ່ງແວດ​ລ້ອມຊົນນະບົດຢ່າງ​ແຮງ​ກວ່າ. ​ໃນ​ການ​ປະຕິບັດ​ຮັກສາ​ສິ່ງ​ແວດ​ລ້ອມ, ຄວນ​ເພີ່ມ​ທະວີ​ການ​ເຈລະຈາ​ລະຫວ່າງ​ລັດຖະບານ​ກັບ​ບັນດາ​ຄູ່​ຮ່ວມ​ມື​ພັດທະນາ. ພ້ອມກັນ​ນັ້ນ​, ລັດຖະບັນຕ້ອງ​ມີ​ຄວາມມານະ​ພະຍາຍາມ​ຢ່າງຮອບດ້ານ ​ແລະ ຈັດ​​ແບ່ງ​ງົບປະມານ​ທີ່​ຈຳ​ເປັນ​ເພື່ອ​ປະຕິບັດວຽກ​ງານ​ນີ້ຢ່າງ​ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ