ເພີ່ມທະວີການເຊື່ອມຕໍ່ກັບບັນດາອົງການສື່ມວນຊົນໃນການປົກປ້ອງສິດທິເດັກ

(VOVWORLD) - ເລື່ອງເຊື່ອມຕໍ່ລະຫວ່າງບັນດາອົງການສື່ມວນຊົນກັບບັນດາອົງການຈັດຕັ້ງ, ຫົວໜ່ວຍທີ່ເຄື່ອນໄຫວໃນຂົງເຂດປົກປ້ອງສິດທິເດັກ ແມ່ນໜຶ່ງໃນບັນດາປັດໄຈສຳຄັນທີ່ສຸດ. 
ເພີ່ມທະວີການເຊື່ອມຕໍ່ກັບບັນດາອົງການສື່ມວນຊົນໃນການປົກປ້ອງສິດທິເດັກ - ảnh 1ທີ່ກອງປະຊຸມ (ພາບ : TTXVN)

ວັນທີ 22 ມິຖຸນາ, ທີ່ນະຄອນ ໂຮ່ຈີມິນ, ສະມາຄົມປົກປ້ອງສິດທິເດັກນະຄອນ ໂຮ່ຈີມິນ ໄດ້ສົມທົບກັບອົງການກອງທຶນເພື່ອເດັກນ້ອຍສະຫະປະຊາຊາດປະຈຳ ຫວຽດນາມ (UNICEF) ຈັດຕັ້ງກອງປະຊຸມແບ່ງປັນຂໍ້ມູນ ແລະ ທາບທາມຄວາມເຫັນສື່ມວນຊົນກ່ຽວກັບວຽກງານສື່ມວນຊົນໃນຂົງເຂດປົກປ້ອງສິດທິເດັກໃນບໍລິເວນນະຄອນໂຮ່ຈີມິນ ປີ2020. ທີ່ກອງປະຊຸມ, ທ່ານ ເຈິ່ນກົງບີງ, ຜູ້ຕາງໜ້າອົງການ UNICEF ປະຈຳ ຫວຽດນາມ ຖືວ່າ: ເລື່ອງເຊື່ອມຕໍ່ລະຫວ່າງບັນດາອົງການສື່ມວນຊົນກັບບັນດາອົງການຈັດຕັ້ງ, ຫົວໜ່ວຍທີ່ເຄື່ອນໄຫວໃນຂົງເຂດປົກປ້ອງສິດທິເດັກ ແມ່ນໜຶ່ງໃນບັນດາປັດໄຈສຳຄັນທີ່ສຸດ. ການເຊື່ອມຕໍ່ດັ່ງກ່າວ ບໍ່ພຽງແຕ່ປະກອບສ່ວນຮັບປະກັນໃຫ້ບັນດາໂຄງການ, ແຜນການ, ຈຸດປະສົງປົກປ້ອງສິດທິເດັກປະສົບຜົນສຳເລັດເທົ່ານັ້ນ ຫາກຍັງຊ່ວຍໃຫ້ວຽກງານປົກປ້ອງສິດທິເດັກມີປະສິດທິຜົນ ແລະ ມີຄວາມໝາຍຢ່າງແທ້ຈິງອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ