ເພີ່ມທະວີການເຊື່ອມຕໍ່ລະຫວ່າງວິສາຫະກິດ ຫວຽດນາມ ແລະ ລັດ Oregon, ປະເທດ ອາເມລິກາ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຢັ້ງຢືນວ່າ: ຫວຽດນາມ ປາດຖະໜາຢາກສືບຕໍ່ເພີ່ມທະວີການເຊື່ອມຕໍ່ລະຫວ່າງວິສາຫະກິດສອງປະເທດ, ແລກປ່ຽນວັດທະນະທຳ - ການສຶກສາ ແລະ ຮ່ວມມືລະຫວ່າງລັດ Oregon
ເພີ່ມທະວີການເຊື່ອມຕໍ່ລະຫວ່າງວິສາຫະກິດ ຫວຽດນາມ ແລະ ລັດ Oregon, ປະເທດ ອາເມລິກາ - ảnh 1ທ່ານນາງ Katherine Brown, ຜູ້ວ່າການລັດ Oregon, ປະເທດ ອາເມລິກາ ແລະ ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ ຫວຽດນາມ (ພາບ:VGP/Hải Minh)

ວັນທີ 14 ພະຈິກ, ຢູ່ຮ່າໂນ້ຍ, ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ໄດ້ຕ້ອນຮັບທ່ານນາງ Katherine Brown, ຜູ້ວ່າການລັດ Oregon, ປະເທດ ອາເມລິກາ  ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຢັ້ງຢືນວ່າ: ຫວຽດນາມ ປາດຖະໜາຢາກສືບຕໍ່ເພີ່ມທະວີການເຊື່ອມຕໍ່ລະຫວ່າງວິສາຫະກິດສອງປະເທດ, ແລກປ່ຽນວັດທະນະທຳ - ການສຶກສາ ແລະ ຮ່ວມມືລະຫວ່າງລັດ Oregon ແລະ ບັນດາທ້ອງຖິ່ນຂອງ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ທ່ານນາງຜູ້ວ່າການລັດ Katherine Brown ສືບຕໍ່ສ້າງເງື່ອນໄຂໃຫ້ແກ່ຜະລິດຕະພັນກະເສດຂອງ ຫວຽດນາມ ໄດ້ສົ່ງອອກໄປຍັງລັດ Oregon.

        ແລະກໍ່ໃນວັນດຽວກັນ, ທີ່ການຕ້ອນຮັບທ່ານນາງ Katherine Brown, ຜູ້ວ່າການລັດ Oregon, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ສະເໜີໃຫ້ຝ່າຍ ອາເມລິກາ ສືບຕໍ່ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ປະຊາຄົມຊາວ ຫວຽດນາມ ຢູ່ Oregon ສືບຕໍ່ພັດທະນາຢ່າງແຮງ, ປະກອບສ່ວນຕັ້ງໜ້າກ່ວາໃນການສ້າງຂົວເຊື່ອມຕໍ່ພັດທະນາລະຫວ່າງ ຫວຽດນາມ ແລະ ລັດ Oregon. ສ່ວນທ່ານນາງຜູ້ວ່າການລັດ Katherine Brown ປາດຖະໜາວ່າ ສອງຝ່າຍຊຸກຍູ້ຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ, ເຊິ່ງເປັນໜຶ່ງໃນບັນດາຂະແໜງທ່າແຮງຂອງລັດ Oregon.

ຕອບກັບ

ຂ່າວ/ບົດ​ອື່ນ