ເພີ່ມທະວີການເຊື່ອມຕໍ່ວິສາຫະກິດຫວຽດນາມ-​ໂມ​ຊຳ​ບີກ

ເພີ່ມທະວີການເຊື່ອມຕໍ່ວິສາຫະກິດຫວຽດນາມ-​ໂມ​ຊຳ​ບີກ - ảnh 1
ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ​ຂະ​ໜາ​ດ​ກາງ​ແລະ​ນ້ອຍ ຫວຽດ​ນາມ - Mozambique
(ພາບ​ຈາກ​ສະ​ຖານ​ທູ​ດ ຫວຽດ​ນາມ ປະ​ຈຳ Mozambique)

(vovworld) – ວັນ​ທີ 24/6, ຢູ່ນ​ະ​ຄອນຫຼວງ Maputo ຂອງ ສ. ໂມ​ຊຳ​ບີກ, ໄດ້​ດຳ​ເນີນ​ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ​ຂະ​ໜາ​ດ​ກາງ​ແລະ​ນ້ອຍ ຫວຽດ​ນາມ - ໂມ​ຊຳ​ບີກ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຄະ​ນະວິ​ສາ​ຫະ​ກິດ​ຂຶ້ນ​ກັບ​ສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ​ນະ​ຄອນ ຮ່າ​ໂນ້ຍ (HASMEA), ຕາງ​ໜ້າ​ບັນ​ດາ​ອົງ​ການ​ສົ່ງ​ເສີມ​ການ​ຄ້າ, ການ​ລົງ​ທຶນ, ບັນ​ດາ​ສະ​ຫະ​ສະ​ມາ​ຄົມ​ຂະ​ແໜ​ງ​ອາ​ຊີບ ໂມ​ຊຳ​ບີກ ແລະ ວິ​ສາ​ຫະ​ກິດ​ທ້ອງ​ຖິ່ນ​ກ່​ວາ 50 ແຫ່ງ.

        ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປ​າ​ໄສ, ທ່ານ Prakash Prelhad, ຮອງ​ປະ​ທ​ານ​ສະ​ຫະ​ພັນ​ບັນ​ດາ​ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ ໂມ​ຊຳ​ບີກ ຕີ​ລາ​ຄາ​ສູງ​ການ​ມີ​ໜ້າ​ຂອງວິ​ສາ​ຫະ​ກິດ ຫວຽດ​ນາມ ກໍ​ຄື​ຂໍ້​ລິ​ເລີ່​ມ​ແທດ​ຈິງ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ 2 ປະ​ເທດ.

        ທ່ານ ມາກກວກ​ແອງ, ຮອງ​ປະ​ທານ​ສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ວິ​ສາ​ຫະ​ກິ​ດ​ຂະ​ໜາດ​ກາງ ແລະ ນ້ອຍ ຮ່າ​ໂນ້ຍ ໄດ້​ແນະ​ນຳ​ກ່ຽວ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຮ່ວມ​ມື​ເສດ​ຖະ​ກິດ​ຂອງວິ​ສາ​ຫະ​ກິດ ຮ່າ​ໂນ້ຍ, ກໍ​ຄື​ບັນ​ດາ​ນະ​ໂຍ​ບາຍ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຂອງ​ນະ​ຄອນ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ, ອອກ​ສູ່​ບັນ​ດາ​ຕະຫຼາດ​ຕ່າງ​ປະ​ເທດ​ທີ່ມີຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ.


ຂ່າວ/ບົດ​ອື່ນ