ເພ​ີ່ມ​ທະ​ວ​ີ​ການ​ແລ​ກ​ປ່ຽນ ແລະ ຮ່ວມມ​ື​ຢ່າງ​ມີ​ປະ​ສິດ​ທິ​ຜ​ົນ​ລະ​ຫວ່າງ ກົມ​ປະ​ຊາ​ສຳ​ພັນ ໄທ ແລະ ວິ​ທະ​ຍ​ຸກ​ະ​ຈາຍ​ສຽງ ​ຫວຽດ​ນາມ

(VOVWORLD) - ເມື່ອສິ້ນສຸດກອງປະຊຸມ, ສອງຝ່າຍໄດ້ພິຈາລະນາຮັບຮອງເອົາບົດລາຍງານຂອງຄະນະກຳມະການປະສົມຄັ້ງທີ 9, ລົງນາມໃນຈົດໝາຍມອບໂອນ ແລະ ເຫັນດີຈະສືບຕໍ່ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ໄດ້ຮັບຮອງເອົາແລ້ວ.
ເພ​ີ່ມ​ທະ​ວ​ີ​ການ​ແລ​ກ​ປ່ຽນ ແລະ ຮ່ວມມ​ື​ຢ່າງ​ມີ​ປະ​ສິດ​ທິ​ຜ​ົນ​ລະ​ຫວ່າງ ກົມ​ປະ​ຊາ​ສຳ​ພັນ ໄທ ແລະ ວິ​ທະ​ຍ​ຸກ​ະ​ຈາຍ​ສຽງ ​ຫວຽດ​ນາມ - ảnh 1ທ່ານ ໂງມິງຫ໋ຽນ ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍວຽງ ຫວຽດນາມ ແລະ ທ່ານ ປະລິຍາເອກ ກາຣຸມ ໃຈສອນ, ຮອງຫົວໜ້າກົມປະຊາສຳພັນໄທ

ວິທະຍຸກະຈາຍສຽງ ຫວຽດນາມຈະສືບຕໍ່ຍູ້ແຮງການຮ່ວມມືໃນທຸກຂົງເຂດກັບກົມປະຊາສຳພັນໄທ. ນີ້ແມ່ນຄຳຢັ້ງຢືນຂອງທ່ານ ໂງມິງຫ໋ຽນ ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍວຽງ ຫວຽດນາມທີ່ການເຮັດວຽກໃນຕອນບ່າຍວັນທີ 17 ມິຖຸນາ ກັບ ທ່ານ ປະລິຍາເອກ ກາຣຸມ ໃຈສອນ, ຮອງຫົວໜ້າກົມປະຊາສຳພັນໄທ, ໂດຍເປັນຫົວໜ້າຄະນະໃນການຢ້ຽມຢາມຄັ້ງນີ້.

        ທີ່ການເຮັດວຽກ, ສອງຝ່າຍໄດ້ຍົກອອກຂໍ້ລິເລິ່ມຫຼາຍຂໍ້ ແລະ ເຫັນດີເປັນເອກະພາບບັນດາມາດຕະການເພີ່ມທະວີການຮ່ວມມືຄືການສືບຕໍ່ໃຫ້ນັກຂ່າວ, ນັກເຕັກນິກ, ແລກປ່ຽນບັນດາຄະນະຜູ້ແທນທຸກຂັ້ນເພື່ອແບ່ງປັນບົດຮຽນ, ຕັ້ງໜ້າແລກປ່ຽນກ່ຽວກັບຂ່າວ - ບົດ, ວິຊາການກະຈາຍສຽງ - ໂທລະພາບ ໃຫ້ຫຼາຍກ່ວາອີກ. ປີນີ້, ກົມປະຊາສຳພັນໄທ ຈະຈັດຕັ້ງງານມະໂຫລານດົນຕີມິດຕະພາບ ອາຊຽນ 2019 ໃນລະຫວ່າງວັນທີ 31 ກໍລະກົດ - 4 ສິງຫາ ແລະ ໄດ້ເຊື້ອເຊີນວິທະຍຸກະຈາຍສຽງຫວຽດນາມ ສົ່ງຜູ້ຕາງໜ້າເຂົ້າຮ່ວມເຫດການນີ້.

        ເມື່ອສິ້ນສຸດກອງປະຊຸມ, ສອງຝ່າຍໄດ້ພິຈາລະນາຮັບຮອງເອົາບົດລາຍງານຂອງຄະນະກຳມະການປະສົມຄັ້ງທີ 9, ລົງນາມໃນຈົດໝາຍມອບໂອນ ແລະ ເຫັນດີຈະສືບຕໍ່ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ໄດ້ຮັບຮອງເອົາແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ