ເພີ່ມ​ທະ​ວີ​ການ​ແລ​ກ​ປ່ຽນ​ການ​ຄ້າ ລະ​ຫວ່າງ ຕ​ູ​ນີ​ຊີ ແລະ ຫວຽດ​ນາມ

(VOVWORLD) -ຢູ່ກອງປະຊຸມ, ບັນດາວິສາຫະກິດ ຫວຽດນາມ ໄດ້ແນະນຳບັນດາກາລະໂອກາດຮ່ວມມືດຳເນີນທະລຸກິດທີ່ມີແງ່ຫວັງພັດທະນາໃນການສົ່ງອອກ - ນຳເຂົ້າສິນຄ້າປະເພດຕ່າງໆຄື: ຜະລິດຕະພັນກະເສດ, ເຄື່ອງປຸງແຕ່ງອາຫານ, ສິນໃນນ້ຳ, ເຄື່ອງດື່ມ ທີ່ເໝາະສົມກັບຄວາມຕ້ອງການຂອງບັນດາໂຮງງານຜະລິດ, ຜູ້ບໍລິໂພກຕູນີຊີ ເວົ້າສະເພາະ ແລະ ອາບຟຼິກກາເວົ້າລວມ.
ເພີ່ມ​ທະ​ວີ​ການ​ແລ​ກ​ປ່ຽນ​ການ​ຄ້າ ລະ​ຫວ່າງ ຕ​ູ​ນີ​ຊີ ແລະ ຫວຽດ​ນາມ - ảnh 1ກອງປະຊຸມແລກປ່ຽນພົວພັນການຄ້າທາງອອນລາຍ ຫວຽດນາມ - ຕູນີຊີ (ພາບ: congthuong.vn)

ມີອົງການ, ວິສາຫະກິດ ຕູນີຊີ ແລະ ຫວຽດນາມ ປະທານ 100 ແຫ່ງ ໄດ້ເຂົ້າຮ່ວມກອງປະຊຸມແລກປ່ຽນພົວພັນການຄ້າທາງອອນລາຍ ຫວຽດນາມ - ຕູນີຊີ ໂດຍກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ແລະຫ້ອງການການຄ້າ ຫວຽດນາມ ປະຈຳ ອານເຊຣີ ທັງຮັບຜິດຊອບວຽກງານການຄ້າຢູ່ ຕູນີຊີ ສົມທົບກັບອົງການທີ່ມີໜ້າທີ່ຮັບຜິດຊອບຂອງ ຕູນີຊີ ຈັດຂຶ້ນໃນວັນທີ 30 ມິຖຸນາ. ນີ້ແມ່ນຄັ້ງທຳອິດ ກອງປະຊຸມການຄ້າທາງອອນລາຍ ລະຫ່ວາງ ຫວຽດນາມ ແລະ ຕູນີຊີໄດ້ຮັບການຈັດຕັ້ງຂຶ້ນ.

        ຢູ່ກອງປະຊຸມ, ບັນດາວິສາຫະກິດ ຫວຽດນາມ ໄດ້ແນະນຳບັນດາກາລະໂອກາດຮ່ວມມືດຳເນີນທະລຸກິດທີ່ມີແງ່ຫວັງພັດທະນາໃນການສົ່ງອອກ - ນຳເຂົ້າສິນຄ້າປະເພດຕ່າງໆຄື: ຜະລິດຕະພັນກະເສດ, ເຄື່ອງປຸງແຕ່ງອາຫານ, ສິນໃນນ້ຳ, ເຄື່ອງດື່ມ ທີ່ເໝາະສົມກັບຄວາມຕ້ອງການຂອງບັນດາໂຮງງານຜະລິດ, ຜູ້ບໍລິໂພກຕູນີຊີ ເວົ້າສະເພາະ ແລະ ອາບຟຼິກກາເວົ້າລວມ. ກອງປະຊຸມກໍ່ແມ່ນກາລະໂອກາດທີ່ດີໃຫ້ແກ່ບັນດາວິສາຫະກິດສອງປະເທດ ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ, ຊຸກຍູ້ການແລກປ່ຽນການຄ້າໃຫ້ຫຼາຍກ່ວາອີກໃນໄລຍະຈະມາເຖິງ.

        ກ່າວຄຳເຫັນທີ່ກອງປະຊຸມ, ຜູ້ແທນບັນດາປະເທດເກືອບທັງໝົດ ລ້ວນແຕ່ຕີລາຄາສູງ ການຈັດຕັ້ງກອງປະຊຸມທາງອອນລາຍນີ້, ພິເສດແມ່ນໃນສະພາບການເກີດໂລກລະບາດໂຄວິດ - 19 ຄືໃນປັດຈຸບັນ, ພ້ອມທັງຖືວ່າ ການແລກປ່ຽນການຄ້າລະຫວ່າງສອງປະເທດ ໃນໄລຍະຈະມາເຖິງ ຄວນເພີ່ມທະວີຊຸກຍູ້ໃຫ້ຫຼາຍກ່ວາອີກ, ຜ່ານການເພີ່ມທະວີການແລກປ່ຽນບັນດາຄະນະການຄ້າ, ຕັ້ງໜ້າເຂົ້າຮ່ວມບັນດາເວທີປາໄສ ແລະ ງານຕະຫຼາດນັ້ນ, ງານວາງສະແດງການຄ້າ…ໃຫ້ຫຼາຍກ່ວາອີກ

ຕອບກັບ

ຂ່າວ/ບົດ​ອື່ນ