ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ ຫວຽດ​ນາມ ແລະ ອີ​ຕາ​ລີ

(VOVWORLD) -        ວັນທີ 26 ພຶດສະພາ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂຕແອັງຢຸງ ພ້ອມດ້ວຍທ່ານລັດຖະມົນຕີ ການຕ່າງປະເທດ ແລະ ຮ່ວມມືສາກົນ ອີຕາລີ Manlio Di Stefano ໄດ້ເປັນປະທານຮ່ວມການປຶກສາຫາລືທາງດ້ານການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ - ອີຕາລີ ຄັ້ງທີ 3 ເຊິ່ງຖືກຈັດຂຶ້ນຕາມຮູບການທາງອອນລາຍ.
ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ ຫວຽດ​ນາມ ແລະ ອີ​ຕາ​ລີ - ảnh 1
ສອງຝ່າຍລົງນາມໃນແຜນການເຄື່ອນໄຫວ ຜັນຂະຫຍາຍສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອີຕາລີ ໄລຍະ 2021 – 2022, ວິໄສທັດຮອດປີ 2023 (ພາບ: TTXVN)

ເມື່ອແລກປ່ຽນກ່ຽວກັບສະພາບການໂລກລະບາດໃນປັດຈຸບັນ, ສອງຝ່າຍຖືວ່າ ການສັກວັກຊິນ ແມ່ນປັດໄຈສຳຄັນໃນການເປີດປະຕູບັນດາພື້ນຖານເສດຖະກິດໂດຍໄວ; ພ້ອມທັງຢັ້ງຢືນຄຳໝັ້ນສັນຍາຈະສືບຕໍ່ສົມທົບກັນແບ່ງປັນປະສົບການໃນການປ້ອງກັນ, ຕ້ານໂລກລະບາດ, ສຳຜັດກັບແຫຼ່ງວັກຊິນທີ່ປອດໄພ, ມີປະສິດທິຜົນ ກໍຄືການຖ່າຍທອດເຕັກໂນໂລຢີຜະລິດວັກຊິນ; ພ້ອມທັງສົມທົບກັນ, ຊ່ວຍເຫຼືອເຊິ່ງກັນແລະກັນໃນການຜັນຂະຫຍາຍບັນດາມາດຕະການພັດທະນາເສດຖະກິດຫຼັງໄລຍະ ໂຄວິດ - 19 ຢ່າງມີປະສິດທິຜົນ.

        ສອງຝ່າຍເຫັນດີເພີ່ມທະວີການພົບປະແລກປ່ຽນຄະນະການນຳຂັ້ນສູງລະຫວ່າງສອງປະເທດ, ສືບຕໍ່ຜັນຂະຫຍາຍບັນດາກົນໄກ ເຊິ່ງສອງຝ່າຍໄດ້ສ້າງຂຶ້ນໃນຊຸມປີຜ່ານມາໃຫ້ມີປະສິດທິຜົນ, ສົມທົບກັນສ້າງໂຄງການເຄື່ອນໄຫວ ມຸ່ງໄປເຖິງການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 50 ປີ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອີຕາລີ ຄົບຮອບ 10 ປີ ໃນປີ 2023. ສິ້ນສຸດການປຶກສາຫາລືທາງດ້ານການເມືອງ, ສອງຝ່າຍໄດ້ລົງນາມໃນແຜນການເຄື່ອນໄຫວ ຜັນຂະຫຍາຍສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອີຕາລີ ໄລຍະ 2021 – 2022, ວິໄສທັດຮອດປີ 2023.

 

ຕອບກັບ

ຂ່າວ/ບົດ​ອື່ນ