ເພີ່ມທະວີການແລກປ່ຽນດ້ານການຄ້າລະຫວ່າງຫວຽດນາມແລະນອກແວ

ເພີ່ມທະວີການແລກປ່ຽນດ້ານການຄ້າລະຫວ່າງຫວຽດນາມແລະນອກແວ - ảnh 1
ທ່ານ ຫວູຮູ​ຍຮ່ວາງ, ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ຫວຽດນາມ ​
photo:moit.gov.vn


(vovworld) - ວັນ​ທີ 19/3 ຢູ່ ຮ່າ​ໂນ້ຍ, ທ່ານ ຫວູຮູ​ຍຮ່ວາງ, ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ຫວຽດນາມ ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ Monica Maeland, ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ນອກ​ແວ ທີ່​ພວມ​ຢ້ຽມຢາມ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ລັດຖະມົນຕີທັງ​ສອງ​ທ່ານ ​ໄດ້​ແລກປ່ຽນ​ບັນດາ​ບັນຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມສົນ​ໃຈ​ຄື: ຊຸກຍູ້​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ຫວຽດນາມ ​ແລະ ສະຫະ​ສະມາຄົມ​ການ​ຄ້າ​ເສລີ ​ເອີ​ລົບ(EFTA) ຊື່​ງ ນອກ​ແວ ​​ເປັນ​ສະມາຊິກ​, ພັດທະນາ​ການ​ພົວພັນ​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ອຸດສາຫະກຳ ລະຫວ່າງ​ຫວຽດນາມ ​ແລະ ​ນອກ​ແວ, ຄວາມ​ສາມາດ​ຮ່ວມ​ມື​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ນຳ້ຕົກ​ຢູ່ ຫວຽດນາມ, ອຸດສາຫະກຳ​ການ​ເດີນ​ທະ​ເລ, ວັກ​ຊີ​ນ​ໃຫ້​ແກ່​ສິນ​ໃນ​ນຳ້, ຫນູນ​ຊ່ວຍ​ການ​ພັດທະນາ​ອຸດສາຫະກຳ​ສຳຮອງ​ຢູ່​ຫວຽດນາມ. ສອງ​ຝ່າຍ​ຢືນຢັນ ຕັດ​ສິນ​ໃຈ​ຍູ້​ແຮງ​ຄວາມ​ຄື​ບຫນ້າການ​ເຈລະຈາ​ສັນ​ຍາ​ການ​ຄ້າ​ເສລີ​ລະຫວ່າງ​ຫວຽດນາມ ​ແລະ EFTA, ຊ່ວຍ​ວິ​ສາ​ຫະກິດ​ສອງ​ປະ​ເທດ ສາມາດ​ຍາດ​ແຍ່ງ​ທ່າ​ໄດ້​ປຽບ​ເພື່ອ​ເພີ່ມ​ເຕີມ​ໃຫ້​ກັນ, ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ລົງທຶນ​ລະຫວ່າງ​ສອງ​ຝ່າຍ. ລັດຖະ​ມົນຕີ​ທັງ​ສອງ​ທ່ານ​ປາດ​ຖະຫນາ​ວ່າ ການ​ພົວພັນ​ຮ່ວມ​ມື ​ແລະ ລົງທຶນ​ລະຫວ່າງ​ສອງ​ປະ​ເທດ ຈະ​ສືບ​ຕໍ່​ພັດທະນາ, ​ເປັນ​ຕົ້ນ​ພາຍຫລັງ​ສັນຍາ​ການ​ຄ້າ​ເສລີ​ໄດ້​ຮັບ​ການ​ລົງ​ນາມ.

ຂ່າວ/ບົດ​ອື່ນ