ເພີ່ມ​ທະ​ວີ​ການ​ແລກ​ປ່ຽນບົດ​ຮຽນ​ຮັກ​ສາ​ສັນ​ຕິ​ພາບ​ສະ​ຫະ​ປະ​ຊາ​ຊາດ​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ

(VOVWORLD) -ຕອນຄ່ຳວັນທີ 01 ກໍລະກົດ, ທີ່ສຳນັກງານກົມພົວພັນຕ່າງປະເທດ (ກະຊວງປ້ອງກັນປະເທດ ຫວຽດນາມ), ທ່ານພົນໂທ ຫງວຽນຈີີ໊ວີ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ມີການໂອ້ລົມທາງໂທລະສັບກັບທ່ານ David F.Helvey, ຮັກສາການຜູ້ຊ່ວຍວຽກລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ.
ເພີ່ມ​ທະ​ວີ​ການ​ແລກ​ປ່ຽນບົດ​ຮຽນ​ຮັກ​ສາ​ສັນ​ຕິ​ພາບ​ສະ​ຫະ​ປະ​ຊາ​ຊາດ​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ - ảnh 1ຈຸດຖ່າຍທອດສົດຢູ່ຫວຽດນາມ (ພາບ: qdnd.vn) 

ທີ່ການໂອ້ລົມທາງໂທລະສັບ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19ຂອງສອງປະເທດ, ພ້ອມກັນແບ່ງປັນບັນດາຄວາມຫຍຸ້ງຍາກເຊິ່ງສອງປະເທດພວມປະເຊີນໜ້າ, ພ້ອມທັງສະແດງຄວາມຂອບໃຈຕໍ່ການໜູນຊ່ວຍເຊິ່ງກັນ ແລະ ກັນໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19ໃນໄລຍະຜ່ານມາ; ເຫັນດີຈະສືບຕໍ່ເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນກ່ຽວກັບບັນຫານີ້.

ກ່ຽວກັບການພົວພັນສອງຝ່າຍ, ສອງຝ່າຍເຫັນດີໃນໄລຍະຈະມາເຖິງຈະຊຸກຍູ້ບັນດາຂົງເຂດການຮ່ວມມືໃຫ້ເໝະສົມກັບການພົວພັນລວມ, ໃນນັ້ນໃຫ້ບຸລິມະສິດຂົງເຂດແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ ແລະ ຮັກສາສັນຕິພາບສະຫະປະຊາຊາດ.

ສອງຝ່າຍກໍ່ແລກປ່ຽນກ່ຽວກັບສະພາບການຢູ່ພາກພື້ນ, ໃນໂລກທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ເຫັນດີການຕໍ່ເຄົາລົບກົດໝາຍສາກົນໃນການແກ້ໄຂການຂັດແຍ້ງກັນແມ່ນມາດຕະການສຳຄັນປະກອບສ່ວນໃຫ້ແກ່ການກໍ່ສ້າງຄວາມໄວ້ເນື້ອເຊື່ອໃຈ, ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ພັດທະນາລວມຂອງພາກພື້ນ ແລະ ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ