ເພີ່ມທະວີການໂຄສະນາພາບພົດ,ປະເທດຊາດ,ຊາວຫວຽດນາມເນື່ອງໃນໂອກາດກອງປະຊຸມສຸດຍອດອາເມລິກາ-ສປປ.ເກົາຫຼີຄັ້ງທີ 2

(VOVWORLD) -       ຕອນບ່າຍວັນທີ 24 ກຸມພາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໄປເຮັດວຽກ , ກວດກາ ແລະ ຊີ້ນຳວຽກງານຂອງກະຊວງການຕ່າງປະເທດຫວຽດນາມ ເພື່ອກະກຽມໃຫ້ເລື່ອງຈັດກອງປະຊຸມສຸດຍອດອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 ໃຫ້ເປັນຢ່າງດີ.

ເພີ່ມທະວີການໂຄສະນາພາບພົດ,ປະເທດຊາດ,ຊາວຫວຽດນາມເນື່ອງໃນໂອກາດກອງປະຊຸມສຸດຍອດອາເມລິກາ-ສປປ.ເກົາຫຼີຄັ້ງທີ 2 - ảnh 1  ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເຮັດວຽກກັບກະຊວງການຕ່າງປະເທດ

(ພາບ: BNG)

ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ກະຊວງການຕ່າງປະເທດ ສືບຕໍ່ເພີ່ມທະວີວຽກງານເປັນເຈົ້າການ, ສົມທົບກັບບັນດາກະຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນຮັບປະກັນວຽກງານຈັດຕັ້ງກອງປະຊຸມສຸດຍອດອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 ບັນລຸຜົນສຳເລັດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງຕ້ອງຮັບປະກັນຂໍ້ມູນຂ່າວຢ່າງຕໍ່ເນື່ອງ, ຕອບສະໜອງຂໍ້ສະເໜີຂອງບັນດາຝ່າຍທີ່ກ່ຽວຂ້ອງ ແລະ ບັນດານັກຂ່າວຕ່າງປະເທດ, ນັບທັງບັນດາບັນຫາທີ່ມີຂຶ້ນກ່ຽວກັບການຕ້ອນຮັບ, ພະລາທິການ, ຖະແຫຼງຂ່າວ,ໂຄສະນາ, ສະແດງໃຫ້ເຫັນຈິດໃຈອັນເບີກບານ, ຮັກແພງແຂກຄົນ, ໂຄສະນາພາບພົດອັນສວຍງາມກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ ອອກສູ່ໂລກ.

        ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໄດ້ເຮັດວຽກກັບຫ້ອງວ່າການລັດຖະບານກ່ຽວກັບວຽກງານກະກຽມໃຫ້ແກ່ກອງປະຊຸມສຸດຍອດອາເມລິກາ - ສປປ.ເກົາຫຼີ. ຕໍ່ຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໄປສູນສື່ມວນຊົນສາກົນ ເພື່ອກວດກາບັນດາວຽກງານເຊິ່ງທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວ ຕ້ອງຜັນຂະຫຍາຍ.

ຕອບກັບ

ຂ່າວ/ບົດ​ອື່ນ