ເພີ່ມທະວີການໂຄສະນາວັດທະນະທຳຫວຽດນາມຢູ່ສ.ເຊັກໂກ

ເພີ່ມທະວີການໂຄສະນາວັດທະນະທຳຫວຽດນາມຢູ່ສ.ເຊັກໂກ - ảnh 1
ເພີ່ມທະວີການໂຄສະນາວັດທະນະທຳຫວຽດນາມຢູ່ສ.ເຊັກໂກ
(ພາບ: baotintuc.vn)


​(vovworld) - ວັນ​ທີ 20/06, ຢູ່​ນະຄອນ Sokolov, ​ແຂວງ Vary, ສ.​ເຊັກ​ໂກ ​ໄດ້​ດຳ​ເນີນ “ງານ​ບຸນ​ວັດທະນະທຳ​ອາ​ຊຽນ”. ລາຍ​ການ “ງານ​ບຸນ​ວັດທະນະທຳ​ອາ​ຊຽນ” ລວມມີ​ບັນດາ​ການການ​ເຄື່ອນ​ໄຫວ​ທີ່​ອຸ​ດົມ​ສົມ​ບຸນ, ​ໂຄສະນາ​ເຖິງ​ປະຊາຊົນ​​ເຊັກ​ໂກ ກ່ຽວ​ກັບ​ທິວ​ທັດ​ທຳ​ມະ​ຊາດ, ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ອາຫານ​ການ​ກິນ, ການ​ນຸ່ງ​ຖື, ວັດທະນະທຳ​ຂອງ​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ຄື: ​ໄທ, ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊ​ຍ, ຟິ​ລິບປິນ. ​ໃນ​ຂອບ​ເຂດ​ງານ​ບຸນ, ມີ​ບັນດາ​ຮ້ານ​ວາງສະ​ແດງ​ກ່ຽວ​ກັບ​ຊຸດ​ເ​ສື້ອ​ຍາວ, ກຸບ, ພາບພື້ນ​ເມືອງ ດົງ​ໂຮ່ ​ແລະ ງານວາງສະ​ແດງກ່ຽວ​ກັບ​​ຊີວິດ​ວັດທະນະທຳ​ຂ​ອງບັນດາ​ເຜົ່າ​ຫວຽດນາມ ອັນ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​​ຂອງ​ຜູ້​ຊົມ​ທັງຫຼາຍ. ບັນດາ​ລາຍການ​ເພງ, ສະ​ແດງສິລະ​ປະ​ພື້ນ​ເມືອງ​ຂອງຫວຽດນາມ ຄື: ຟ້ອນ​ສິງ​ໂຕ, ຂັບ ​ເຈົ່າ​ວັນ, ຂັບ ກວານຫໍ້… ​ໄດ້​ຮັບ​ການ​ຊົມ​ເຊີຍ​ຢ່າງ​ສຸດ​ໃຈຈາກ​ຜູ້ຊ​ົມ.

ຂ່າວ/ບົດ​ອື່ນ