ເພີ່ມທະວີການໂຄສະນາວຽກງານການຕ່າງປະເທດ

ເພີ່ມທະວີການໂຄສະນາວຽກງານການຕ່າງປະເທດ - ảnh 1
(ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິ​ງ)

(vovworld) - ວັນ​ທີ 21/12, ຢູ່ ຮ່າ​ໂນ້ຍ, ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ງານ​ພົບ​ປະ​ສ້າງສັນ​ກັບ​ຜູ້ຕາງໜ້າ​ບັນດາ​ອົງການ​ຂ່າວສານ, ສື່​ມວນ​ຊົນ​ໃນ​ທົ່ວ​ປະ​ເທດ, ​ເນື່ອງ​ໂນ​ໂອກາດ​ທ້າຍ​ປີ. ກ່າວ​ຄວາມ​ເຫັນ​ຢູ່​ທີ່​ນີ້, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິ​ງ ​ໄດ້​ຢືນຢັນ​ວ່າ​ຜົນງານ​ໃນ​ວຽກ​ງານ​ການ​ຕ່າງປະ​ເທດ​ໃນ​ປີ 2012 ​ແມ່ນ​ມີ​ການ​ປະກອບສ່ວນ​ສຳຄັນ ​ແລະ ມີ​ປະສິດທິ​ຜົນ​ຂອງ​ສື່​ມວນ​ຊົນ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິ​ງ ​ເນັ້ນ​ໜັກ​ວ່າ, ປີ 2013, ຈຸດ​ສູ​ມຂອງ​ວຽກ​ງານ​ການ​ຕ່າງປະ​ເທດ​ໃນ​ປີ​ຈະ​ມາ​ເຖິງ ​ແມ່ນ​ສືບ​ຕໍ່​ຜັນ​ຂະຫຍາຍ​ແນວທາງ​ການ​ຕ່າງປະ​ເທດ​ຂອງ​ກອງ​ປະຊຸມ​ໃຫຍ່​ພັກ​ຄັ້ງ​ທີ 11 ສຳ​ເລັດ​ຜົນ. ​ເພື່ອ​ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ນີ້, ຈຳ​ເປັນ​ຕ້ອງ​ມີ​ການ​ຮ່ວມ​ມື, ໜູນ​ຊ່ວຍ, ​ເປັນ​ເຈົ້າ​ການ ​ແລະ ມີ​ປະສິດທິ​ຜົນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ບັນດາ​ອົງການ, ກະຊວງ, ຂະ​ແໜງ​ການ, ທ້ອງ​ຖີ່​ນ, ​ແລະ ພິ​ເສດ​ແມ່ນ​ບັນດາ​ອົງການ​ສື່​ມວນ​ຊົນ.

 

ຂ່າວ/ບົດ​ອື່ນ