ເພີ່ມທະວີການໜູນຊ່ວຍນະໂຍບາຍໃຫ້ແກ່ວິສາຫະກິດຂະໜາດກາງແລະຂະໜາດນ້ອຍໄລຍະປີ2016-2020

ເພີ່ມທະວີການໜູນຊ່ວຍນະໂຍບາຍໃຫ້ແກ່ວິສາຫະກິດຂະໜາດກາງແລະຂະໜາດນ້ອຍໄລຍະປີ2016-2020 - ảnh 1
ກອງ​ປະຊຸມ​ທາ​ບທາມ​ຄຳ​ເຫັນປະກອບ​ໃສ່​ຮ່າງ​ແຜນການ​
ພັດທະນາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ​ ນ້ອຍ​ປີ 2016 – 2020
(ພາບ: ອິນເຕີແນັດ)

(vovworld) – ​ ປະຈຸ​ບັນ​ວິ​ສາ​ຫະກິດ​ຂະໜາ​ດກາງ ​ແລະ ຂະໜາດ​ນ້ອຍ​ປະກອບ​ກ່ວາ 30% ຈຳນວນລາຍ​ຮັບ​ເຂົ້າ​ງົບ​ປະມານ ​ແລະ ກວມ​ເອົາອັດຕາ​ເງິນ​ລົງທຶນ 35% ຂອງ​ປະຊາ​ຄົມ​ວິ​ສາ​ຫະກິດ​ເວົ້າ​ລວມ; ດຶງ​ດູດ​ກ່ວາ 5 ລ້ານ​ວຽກ​ເຮັດ​ງານ​ທຳ ​ແລະ ປະກອບເກືອບ​ເຄິ່ງໜຶ່ງ​ເຂົ້າ​​ໃນ​ການ​ເຕີບ​ໂຕ​ເສດຖະກິດ​ແຫ່ງ​ຊາດ​ປະຈຳ​ປີ. ນີ້​ແມ່ນ​ຂໍ້​ມູນ​ຂ່າວທີ່ ​ໄດ້​ປະກາ​ດ​ໃນກອງ​ປະຊຸມ​ສຳ​ມະ​ນາທາ​ບທາມ​ຄຳ​ເຫັນ, ຮັບ​ເອົາ​ຄຳ​ເຫັນ​ປະກອບ​ໃສ່​ຮ່າງ​ແຜນການ​ພັດທະນາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ຂະໜາດ​ນ້ອຍ​ໄລຍະປີ 2016 – 2020, ​ໂດຍ​ກະຊວງ​​ແຜນການ ​ແລະ ການ​ລົງທຶນ ຈັດ​ຕັ້ງ​ໃນ​ວັນ​ທີ 06/01 ຢູ່​ຮ່າ​ໂນ້ຍ, ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ກົມ​ພັດທະນາ​ວິ​ສາ​ຫະກິດ (ກະຊວງ​ແຜນການ ​ແລະ ການ​ລົງທຶນ) ຄາດ​ຄະ​ເນ​ວ່າ ​ໄລຍະ 2016 – 2020 ທົ່ວ​ປະ​ເທດ​ຈະ​ມີ​​ວິ​ສາ​ຫະກິດ​ຈົດ​ທະບຽນ​ການ​ເຄື່ອນ​​ໄຫວຕື່ມ​ອີກ 450 ພັນ​ແຫ່ງ, ນຳ​ຈຳນວນ​ວິ​ສາ​ຫະກິດ​ທີ່​ການ​ເຄື່ອນ​ໄຫວ​​ໃນ​ໄລຍະ​​ເຖິງ​ປີ 2020 ​ແມ່ນ 750 ພັນ​ແຫ່ງ. ທ່ານ ​ໂຕ​ຮ່ວາຍ​ນາມ, ຮອງ​ປະທານ​ສະຫະ​ສະມາຄົມ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ຂະໜາດ​ນ້ອຍ ຖື​ວ່າ:

“ ນະ​ໂຍບາຍທັງ​ໝົດ​ທີ່​ກ່ຽວຂ້ອງ​ເຖິງ​ວິ​ສາ​ຫະກິດ​ຂະ​ໜາດ​ກາງ ​ແລະ ຂະໜາດ​ນ້ອຍ​ ຕ້ອງ​ເປັນ​ເອກະ​ພາບ​ກັບ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ເພື່ອ​ສ້າງ​ເປັນຂັ້ນ​ຕອນ​ມາດຖານ ​ແລະ ມີ​ຈຸດ​ສຸມ. ບັນດາ​ສະຫະ​ສະມາຄົມ, ອົງການ​ຕາງໜ້າ​ຕ່າງໆ​ຂອງ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ຂະໜາດ​ນ້ອຍ ​ເຂົ້າ​ຮ່ວມ​ການປະຕິບັດ​ບັນດາ​ນະ​ໂຍບາຍ​ໜູນ​ຊ່ວຍ ​ແລະ ທ້ອງ​ຖິ່ນ​ຕ່າງໆ​ກໍ່​ຕ້ອງ​ເຂົ້າ​ຮ່ວມ. ນະ​ໂຍບາຍ​ຕ້ອງ​ເໝາະ​ສົມ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງການ​ຂອງ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ຂະໜາດ​ນ້ອຍ, ຄວນ​ສ້າງ​ນະ​ໂຍບາຍ, ​ໂຄງການ, ລາຍການ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ວິ​ສາ​ຫະກິດ, ໝາຍ​ຄວາມ​ວ່າ ຕ້ອງ​ອີງ​ໃສ່​ຄວາ​ມຕ້ອງການ​ຂອງ​ວິ​ສາ​ຫະກິດ​ເພື່ອ​ວາງ​ນະ​ໂຍບາຍ​ໃຫ້​ເໝາະ​ສົມ”.

ຂ່າວ/ບົດ​ອື່ນ