ເພີ່ມທະວີການໜູນຊ່ວຍ,ສຳຜັດດ້ານນິຕິກຳໃຫ້ແມ່ຍິງຢູ່ຫວຽດນາມ

ເພີ່ມທະວີການໜູນຊ່ວຍ,ສຳຜັດດ້ານນິຕິກຳໃຫ້ແມ່ຍິງຢູ່ຫວຽດນາມ - ảnh 1
(ພາບ​ປະ​ກອບ)

(vovworld) - ວັນ​ທີ 7/12, ຢູ່​ຮ່າ​ໂນ້ຍ, ອົງການ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ ​ແລະ ມອບ​ສິດ​ໃຫ້​ແກ່​ແມ່ຍິງ (UN Women) ​ໄດ້​ສົມທົບ​ກັບ​ກະຊວງ​ຍຸຕິ​ທຳ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ “​ໜູນ​ຊ່ວຍ, ສຳ​ຜັດ​ດ້ານ​ນິຕິ​ກຳ​ໃຫ້​ແມ່ຍິງ​ຢູ່​ຫວຽດນາມ“. ກ່າວ​ຄວາມ​ເຫັນ​ໄຂ​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ນາງ Shoko Ishikawa, ຫົວໜ້າ​ຜູ້ຕາງໜ້າອົງການ​ສະຫະ​ປະຊາ​ຊາດ​ ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ ​ແລະ ​ມອບ​ສິດ​ໃຫ້​ແກ່​ແມ່ຍິງຢູ່​ຫວຽດນາມ ​ເນັ້ນ​ໜັກ​ວ່າ, ດ້ວຍ​ກົດໝາຍວ່າ​ດ້ວຍ​ການ​ໜູນ​ຊ່ວຍ​ດ້ານ​ນິຕິ​ກຳທີ່​ສ້າງ​ຂຶ້ນ​ເມື່ອ​ປີ 2006 ນັ້ນ, ການປັບປຸງ​ກົດໝາຍ​ສະບັບ​ນີ້​ ຈະ​ນຳ​ມາ​ເຊິ່ງກາລະ​ໂອກາດ​ຫຼາຍ​ຢ່າງ​ເພື່ອ​​ແກ້​ໄຂ​ຊ່ອງ​ຫວ່າງ​ໃນ​ກົດໝາຍ​ກ່ຽວ​ກັບ​ເລື່ອງ​ໜູນ​ຊ່ວຍ​ດ້ານ​ນິຕິ​ກຳ. ຈາກ​ນັ້ນ, ສາມາດ​ຍົກ​ສູງ​ຄວາມ​ສາມາດ​ສຳ​​ຜັດ​ດ້ານ​ນິຕິ​ກຳ​ໃຫ້​ແກ່​​ແມ່ຍິງ​ຢູ່​ຫວຽດນາມ. ຫຼາຍ​ປະ​ເທດ, ​ໃນ​ນັ້ນ​ມີ​ຫວຽດນາມ ນຳ​ໃຊ້​ວິທີ​ການ​ກວດກາ​ຄວາມ​ສາມາດ​ດ້ານ​ການ​ເງິນ ​ເພື່ອ​ຮັບ​ຮູ້​ລະດັບ​ຮັບ​​ເອົາ​ການ​ໜູນ​ຊ່ວຍ​ດ້ານ​ນິຕິ​ກຳ.

        ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ ​ໄດ້​ຊີ້​ອອກ​ບັນດາ​ການ​ທ້າ​ທາຍ ​ແລະ ຂໍ້​ສະ​ເໜີ​ເພື່ອ​ຍົກ​ສູງ​ສິດ​ສຳ​ຜັດ​ດ້ານ​ນິຕິ​ກຳ​ຂອງ​ແມ່ຍິງ​ຢູ່​ຫວຽດນາມ, ​ເນັ້ນ​ໜັກ​ເຖິງ​ເລື່ອງ​ນຳ​ໃຊ້​ບັນດາ​ມາດຖານ​ສາກົນ, ​ແບ່ງປັນ​ບົດຮຽນ​ຕົວ​ຈິງ​ຈາກ​ບັນດາ​ໂຄງການ​ທີ່​ມີ​ປະສິດທິ​ຜົນ​ຢູ່​ໃນ​ໂລກ. ຜູ້​ແທນ​ສ່ວນ​ຫຼາຍ​ຖື​ວ່າ, ຕ້ອງ​ຮັບປະກັນ​ໃຫ້​ທຸກ​ຄົນ​​ໄດ້​ສຳຜັດ​ກັບ​ສານ​ເພື່ອ​ປົກ​ປ້ອງ​ສິດຜົນປະ​ໂຫຍ​ດຂອງ​ຕົນ​ຄື (ສິດ​ກ່ຽວ​ກັບ​ພົນລະ​ເຮືອນ, ການ​ເມືອງ, ​ເສດຖະກິດ, ສັງຄົມ ຫຼື​ວັດທະນະທຳ).

 

ຂ່າວ/ບົດ​ອື່ນ