ເພີ່ມທະວີກໍາລັງກູ້ໄພກູ້ຊີບ ແລະ ຮັບປະກັນຄວາມສະຫງົບປອດໄພ ຢູ່ ນະຄອນ Palu, ອິນໂດເນເຊຍ

(VOVWORLD) - ໄລ່ມາຮອດຈຸດເວລານີ້, ອິນໂດເນເຊຍ ໄດ້ແຕ່ງຕັ້ງພົນທະຫານ ແລະຕໍາຫຼວດທັງໝົດ 1.273 ຄົນ ໄປນະຄອນ Palu,  ແຂວງ Trung Sulawesi, ອິນໂດເນເຊຍ

        ທ່ານ Sus Taibur Rahman ໂຄສົກຂອງກໍາລັງປະກອບອາວຸດ ແຫ່ງຊາດ ອິນໂດເນເຊຍ (TNI) ໃຫ້ຮູ້ວ່າ ໄລ່ມາຮອດຈຸດເວລານີ້, ອິນໂດເນເຊຍ ໄດ້ແຕ່ງຕັ້ງພົນທະຫານ ແລະຕໍາຫຼວດທັງໝົດ 1.273 ຄົນ ໄປນະຄອນ Palu,  ແຂວງ Trung Sulawesi, ອິນໂດເນເຊຍ ເພື່ອເຂົ້າຮ່ວມການເຄື່ອນໄຫວກູ້ໄພກູ້ຊີບຢູ່ທີ່ນີ້. ທ່ານ Sus Taibur Rahman ຊີ້    ແຈ້ງວ່າ ໃນວັນທີ 02 ຕຸລາ, ກໍ່າປັ່ນສູ້ຮົບ ໝາຍເລກ KRI Makassar - 590 ຂອງ ອິນໂດເນເຊຍ ໄດ້ບັນທຸກຜູ້ ອາສາສະໝັກ ຈໍານວນ 360 ຄົນ ພ້ອມກັບ ລົດຂົນສົ່ງຂະໜາດນ້ອຍຫຼາຍຄັນ, ລົດພະຍາບານ... ແລະ ບັນດາເຄື່ອງບັນເທົາທຸກອື່ນໆ ໄປຍັງ ແຂວງ Trung Sulawesi ເພື່ອເພີ່ມທະວີການເຄື່ອນໄຫວກູ້ໄພ, ກູ້ຊີບ.

        ໃນຂະນະນັ້ນ, ທ່ານ Setyo Wasito ໂຄສົກກໍາລັງຕໍາຫຼວດແຫ່ງຊາດ ໄດ້ເນັ້ນໜັກວ່າ ພາຍຫຼັງ ນະຄອນ Palu, ແຂວງ Trung Sulawesi ຖືກຜົນສະທ້ອນຈາກເຫດແຜ່ນດິນໄຫວ ແລະ ຄື້ນຟອງຍັກ, ກໍາລັງດັ່ງກ່າວ ກໍ່ໄດ້ສົ່ງພາລະກອນ ຈໍານວນ 500 ຄົນ ໄປຮັກສາຄວາມສະຫງົບຢູ່ສະຖານທີ່ດັ່ງກ່າວໃນທັນທີ. ເຖິງຢ່າງໃດກໍຕາມ, ອີງໃສ່ຄວາມຮຽກຮ້ອງຕ້ອງການຂອງສະພາບການໃນປັດຈຸບັນແລ້ວ, ອິນໂດເນເຊຍ ຈະຜັນຂະຫຍາຍກໍາລັງຕໍາຫຼວດຕື່ມອີກ 2.000 ຄົນ ເພື່ອປ້ອງກັນນະຄອນ ແລະ ບັນດາເຂດອ້ອມແອ້ມ, ຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ປະຊາຊົນທ້ອງຖິ່ນ. 

ຕອບກັບ

ຂ່າວ/ບົດ​ອື່ນ