ເພີ່ມ​ທະ​ວີ​ກຳ​ລັງ​ຄຸ້ມ​ຄອງ, ປ​້ອງ​ກັນ​ຊາຍ​ແດນ ເພື່ອ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ຮຽກຮ້ອງໃຫ້ພະນັກງານ, ຄູສອນ, ນັກສຳມະນາກອນ ຈຳນວນ 460 ຄົນ ໄປຝຶກງານ ແລະ ເພີ່ມທະວີການເຂົ້າຮ່ວມວຽກງານປ້ອງກັນ, ສະກັດກັ້ນໂລກລະບາດຢູ່ແນວໜ້າຊາຍແດນ ຕາມເນື້ອໃນຈິດໃຈ “ຕ້ານໂລກລະບາດ ຄືຕ້ານສັດຕູ” ຂອງນາຍົກລັດຖະມົນຕີ; “ທັງໝົດເພື່ອໃຫ້ປະຊາຊົນໄດ້ຕ້ອນຮັບບຸນປີໃໝ່, ຕ້ອນຮັບລະດູບານໃໝຢ່າງເບີກບານມ່ວນຊື່ນ ແລະ ປອດໄພ” ຂອງ ກອງບັນຊາການທະຫານປ້ອງກັນຊາຍແດນ. 
ເພີ່ມ​ທະ​ວີ​ກຳ​ລັງ​ຄຸ້ມ​ຄອງ, ປ​້ອງ​ກັນ​ຊາຍ​ແດນ ເພື່ອ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1(ພາບປະກອບ: TTXVN)

ວັນທີ 11 ມັງກອນ, ຢູ່ຮ່າໂນ້ຍ, ກອງບັນຊາການທະຫານປ້ອງກັນຊາຍແດນ ໄດ້ຈັດຕັ້ງການມອບໜ້າທີ່ໃຫ້ແກ່ພະນັກງານ, ສຳມະນາກອນ ໄປຝຶກງານ ແລະ ເພີ່ມທະວີການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ ກອງທະຫານປ້ອງກັນຊາຍແດນ ບັນດາແຂວງ ລ້າງເຊີນ, ກາວບັ່ງ, ເຕີຍນິງ, ລອງອານ ແລະ ອານຢາງ. ທ່ານພົນຈັດຕະວາ ເລດຶກຖ໊າຍ, ຫົວໜ້າຂອງບັນຊາການທະຫານປ້ອງກັນຊາຍແດນ, ຮຽກຮ້ອງໃຫ້ພະນັກງານ, ຄູສອນ, ນັກສຳມະນາກອນ ຈຳນວນ 460 ຄົນ ໄປຝຶກງານ ແລະ ເພີ່ມທະວີການເຂົ້າຮ່ວມວຽກງານປ້ອງກັນ, ສະກັດກັ້ນໂລກລະບາດຢູ່ແນວໜ້າຊາຍແດນ ຕາມເນື້ອໃນຈິດໃຈ “ຕ້ານໂລກລະບາດ ຄືຕ້ານສັດຕູ” ຂອງນາຍົກລັດຖະມົນຕີ; “ທັງໝົດເພື່ອໃຫ້ປະຊາຊົນໄດ້ຕ້ອນຮັບບຸນປີໃໝ່, ຕ້ອນຮັບລະດູບານໃໝຢ່າງເບີກບານມ່ວນຊື່ນ ແລະ ປອດໄພ” ຂອງ ກອງບັນຊາການທະຫານປ້ອງກັນຊາຍແດນ. ພະນັກງານ, ຄູສອນ, ນັກສຳມະນາກອນ ແຕ່ລະຄົນ ຕ້ອງກຳນົດໜ້າທີ່ຄວາມຮັບຜິດຊອບ ຄຸ້ມຄອງ, ປ້ອງກັນອະທິປະໄຕ, ຜືນແຜ່ນດິນ, ຄວາມໝັ້ນຄົງຂອງຊາຍແດນແຫ່ງຊາດ ແລະ ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ເປັນຢ່າງດີ, ຖືນີ້ແມ່ນໜ້າທີ່ຈຸດສຸມແຖວໜ້າ, ໜ້າທີ່ຕໍ່ສູ້ໃນຍຸກສັນຕິພາບປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ