ເພີ່ມ​ທະ​ວີ​ຂໍ້​ມູນທີ່​ຕັ້ງ​ໜ້າ​ກ່ຽວ​ກັບ​ຜົນ​ງານ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ

(VOVWORLD) - ວັນທີ 20 ມິຖຸນາ, ຢູ່ແຂວງ ລາວກາຍ, ຫ້ອງການ ກ່ຽວກັບສິດທິມະນຸດ ປະຈຳລັດຖະບານ ໄດ້ສົມທົບກັບຄະນະຊີ້ນຳສິດທິມະນຸດແຂວງ ລາວກາຍ ຈັດກອງປະຊຸມຝືກອົບຮົບວຽກງານ ສິດທິມະນຸດຂັ້ນຮາກຖານປີ 2024.

ເພີ່ມ​ທະ​ວີ​ຂໍ້​ມູນທີ່​ຕັ້ງ​ໜ້າ​ກ່ຽວ​ກັບ​ຜົນ​ງານ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ - ảnh 1ທ່ານພົນຈັດຕະວາ ຫງວຽນວັນກິ໋ ຮອງຫົວໜ້າຫ້ອງວ່າການ ກ່ຽວກັບສິດທິມະນຸດປະຈຳ ລັດຖະບານ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: ຄະນະຈັດຕັ້ງ)

ກ່າວຄຳເຫັນນະທີ່ນີ້, ທ່ານພົນຈັດຕະວາ ຫງວຽນວັນກິ໋ ຮອງຫົວໜ້າຫ້ອງວ່າການ ກ່ຽວກັບສິດທິມະນຸດປະຈຳ ລັດຖະບານ ໄດ້ຢັ້ງຢືນວ່າ ການຮັບປະກັນສິດທິມະນຸດແມ່ນໜ້າທີ່ລວມຂອງທົ່ວລະບົບການເມືອງ. ທ່ານພົນຈັດຕະວາ ຫງວຽນວັນກິ໋ ໄດ້ສະເໜີວ່າ ໃນໄລຍະຈະມາເຖິງ, ຫ້ອງການ ປະຈຳ ຄະນະຊີ້ນຳສິດທິມະນຸດ ແຂວງລາວກາຍ ຕ້ອງເປັນເຈົ້າການໃນການປະຕິບັດວຽກງານເປັນເສນາທິການໃຫ້ແກ່ອຳນາດການປົກຄອງທຸກຂັ້ນເພື່ອຜັນຂະຫຍາຍບັນດານະໂຍບາຍ, ກົດໝາຍກ່ຽວກັບການຮັບປະກັນ, ຊຸກຍູ້ສິດທິມະນຸດ…

ສ່ວນທ່ານ ພັນເອກ ເຈິ່ນວຽດເຟືອງ, ຮອງຫົວໜ້າ ຕຳຫຼວດແຂວງ ລາວກາຍ, ຮອງຫົວໜ້າຄະນະປະຈຳຄະນະຊີ້ນຳສິດທິມະນຸດ ແຂວງ ລາວກາຍ ໃຫ້ຮູ້ວ່າ ແຕ່ລະປີ, ຄະນະຊີ້ນຳສິດທິມະນຸດແຂວງ ລາວກາຍ ຈະຈັດກອງປະຊຸມຝືກອົບຮົບເພື່ອແນໃສ່ອັບເດດບັນດາຂໍ້ມູນໃໝ່ສຸດກ່ຽວກັບບັນຫາປະຊາທິປະໄຕ, ສິດທິມະນຸດ; ແລກປ່ຽນ, ແບ່ງປັນ ບັນດາບົດຮຽນປະສົບການຕົວຈິງ; ປະກອບສ່ວນນຳວຽກງານຮັບປະກັນ, ປ້ອງກັນ ແລະ ຕໍ່ສູ້ດ້ານສິດທິມະນຸດໃຫ້ນັບມື້ນັບມີປະສິດທິຜົນ ແລະ ແທດຈິງກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ