ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ສະ​ໜິດ​ຕິດ​ພັນ, ສັດ​ຊື່​ບໍ​ລິ​ສຸດ ລະ​ຫວ່າງ ກອງ​ທັບ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ ຫວຽດ​ນາມ - ລາວ

(VOVWORLD) -        ຕອນບ່າຍວັນທີ 4 ມັງກອນ, ສະຖານທູດລາວ ປະຈຳ ຫວຽດນາມ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ, ສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ມີການເຮັດວຽກກັບກອງບັນຊາການກຳລັງ ນະຄອນຫຼວງຮ່າໂນ້ຍ. 
ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ສະ​ໜິດ​ຕິດ​ພັນ, ສັດ​ຊື່​ບໍ​ລິ​ສຸດ ລະ​ຫວ່າງ ກອງ​ທັບ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ ຫວຽດ​ນາມ - ລາວ - ảnh 1ການພົບປະ, ເຮັດວຽກລະຫວ່າງສອງຝ່າຍ (ພາບ: TTXVN)

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ ຢັ້ງຢືນວ່າ ເຫດການນີ້ ໄດ້ສະແດງໃຫ້ເຫັນສາຍພົວພັນທີ່ໃກ້ຊິດສະໜິດສະໜົມ ແລະ ເປັນມູນເຊື້ອອັນດີງາມຂອງຄວາມສາມັກຄີແບບພິເສດ ເຊິ່ງພະນັກງານ, ນັກຮົບກອງທັບປະຊາຊົນ ຫວຽດນາມ ສະຫງວນໃຫ້ແກ່ ປະຊາຊົນ ລາວ; ພ້ອມທັງປາດຖະໜາວ່າ, ໄວໜຸ່ມສອງປະເທດ ຈະສືບຕໍ່ຮັກສາ ແລະ ເສີມຂະຫຍາຍສາຍພົວພັນແບບພິເສດນີ້ໃຫ້ໝັ້ນແກ່ນ.   ນາຍພົນຈັດຕະວາ ຫງວຽນກວັກຢວຽດ, ຜູ້ບັນຊາການກອງບັນຊາການກຳລັງນະຄອນຫຼວງ ຮ່າໂນ້ຍ ຢັ້ງຢືນວ່າ: ກອງບັນຊາການກຳລັງນະຄອນຫຼວງ ຮ່າໂນ້ຍ ຍາມໃດກໍຊາບຊຶມນະໂຍບາຍການຕ່າງປະເທດຂອງພັກ ແລະ ລັດ ຫວຽດນາມ, ຍາມໃດກໍຖືສາຍພົວພັນກັບ ລາວ ແມ່ນສາຍພົວພັນແບບພິເສດ ແລະ ມີຄວາມສຳຄັນ, ພຽງແຕ່ໜຶ່ງບໍ່ມີສອງໃນການພົວພັນສາກົນ. ທັດສະນະສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນເສີມຂະຫຍາຍນ້ຳໃຈຄວາມສາມັກຄີມິດຕະພາບແບບພິເສດ ກັບ ລາວ ແລະ ປາດຖະໜາວ່າ ລາວ ຈະຮັກສາເອກະລາດ, ອະທິປະໄຕ, ສະຖຽນລະພາບໃຫ້ໝັ້ນຄົງ ແລະ ນັບມື້ນັບພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ