ເພີ່ມທະວີຄວາມສາມັກຄີ,ມິດຕິພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ-ກຳປູເຈຍ

ເພີ່ມທະວີຄວາມສາມັກຄີ,ມິດຕິພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ-ກຳປູເຈຍ - ảnh 1
(ພາບປະກອບ)

(vovworld) – ​​ໂດຍ​ນອນ​ໃນ​ບັນດາ​ການ​​ເຄື່ອນ​ໄຫ​ວຂອງ​ສັບ​ປະດາ​ວັດທະນະທຳ​ກ​ຳປູ​ເຈຍ ຢູ່​ຫວຽດນາມ, ຕອນ​ເຊົ້າ​ວັນ​ທີ 12/11, ຄະນະ​ປະຕິບັດ​ງານ​ຂອງ​ກະຊວງ​ວັດທະນະ​ທຳ​ສິລະ​ປະກຳ​ປູ​ເຈຍ ​ໂດຍ​ທ່ານ​ນາງ​ Menh Kossony, ລັດຖະມົນຕີ​ວ່າການ​ກະຊວງ​ວັດທະນະທຳ​ສິລະ​ປະກຳ​ປູ​ເຈຍ ​​ເປັນ​ຫົວໜ້າ​ຄະນະ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂ​ວງ ຊອກ​ຈັງ. ທີ່​ການ​ເຮັດ​ວຽກ, ທ່ານ​ນາງ Menh Kossony ​ໄດ້​ຕີ​ລາຄາ​ສູງ​ຄວາ​ມສາມັກຄີ​ສະໜິດ​​ແໜ້ນ​ຂອງປະ​ຊາ​ຄົມ​ບັນດາ​ເຜົ່າ​ກິງ, ຂະ​​ເມ, ຮວາ ທີ່​ພວມດຳລົງ​ຊີວິດ​ໃນ​ບໍລິ​ເວນ​ແຂວງ, ພ້ອມ​ທັງ​ຮັບ​ຮູ້​ຄວາມ​ເອົາ​ໃຈ​ໃສ່​ຂອງ​ອຳ​ນາດ​ການ​ປົກຄ​ອງ​ໃນ​ການ​ພັດທະນາ​ຊີວິດ​ການ​ເປັນ​ຢູ່ ​ແລະ ອະນຸລັກ​ຮັກສາ​ບັນດາ​ຮູບ​ການວັດທະນະທຳ​ສິລະ​ປະ​ທີ່​ເປັນ​ມູນ​ເຊື້ອ​ຂອງ​​ຊາວ​ເຜົ່າ​ຂະ​ເມ. ນີ້​ແມ່ນ​ການ​ເຄື່ອນ​ໄຫ​ວພົບ​ປະ​ແລກ​ປ່ຽນ​ທ່ີ​ມີ​ຄວາມ​ໝາຍ​ຢ່າງ​ແທດ​ຈິງ ​ໃນ​ການ​ຍົກ​ສູງ​ຄວາມ​ຮູ້, ຄວາມ​ສາມັກຄີ, ມິດຕະພາບ​ລະຫວ່າງ​ປະຊາຊົນ 2 ປະ​ເທດ, ຕັ້ງໜ້າປະກອບສ່ວນປັບປຸງ ​ແລະ ພັດທະນາ​ການ​ພົວພັນ​​ບ້ານ​ໃກ້​ເຮືອນ​ຄຽງ, ການຮ່ວມ​ມື​ພ້ອມ​ກັນ​ພັດທະນາ​ຂອງ​ລັດ ​ແລະ ປະຊາຊົນ 2 ປະ​ເທດ. ທ່ານ​ນາງ Menh Kossony ກໍ​ຫວັງ​ວ່າ​ ​ໃນ​ປີ 2016 ກຳ​ປູ​ເຈຍຈະ​ໄດ້​ຕ້ອນຮັບ​ຄະນະ​ສິລະ​ປະ​ຂອງ​ຫວຽດນາມ ​ໃນ​ນັ້ນ​ມີ​ແຂວງ ຊອກ​ຈັງ ມາສະ​ແດງ​.

ຂ່າວ/ບົດ​ອື່ນ