ເພີ່ມທະວີຄວາມສາມັກຄີເນື່ອງໃນໂອກາດວັນຄອບຄົວອາຊຽນຢູ່ອີຕາລີ

(VOVWORLD) -ວັນທີ 07 ກັນຍາ, ຢູ່ນະຄອນຫຼວງ Rome, ປະເທດອີຕາລີ, ສະຖານທູດບັນດາປະເທດອາຊຽນ ປະຈຳ Rome (ACR) ໄດ້ຈັດ “ວັນຄອບຄົວອາຊຽນ” ດ້ວຍການເຄື່ອນໄຫວຟົດຟື້ນ, ແທດຈິງຫຼາຍຢ່າງ.

ເພີ່ມທະວີຄວາມສາມັກຄີເນື່ອງໃນໂອກາດວັນຄອບຄົວອາຊຽນຢູ່ອີຕາລີ - ảnh 1ເອກອັກຄະລັດຖະທູດບັນດາປະເທດອາຊຽນ ປະຈຳ Rome

(ພາບ: Vietnam+)

ກ່າວຄຳເຫັນທີ່ເຫດການ, ໂດຍຕາງໜ້າໃຫ້ສະຖານທູດຟີລິບປິນ, ຫົວໜ່ວຍປະຕິບັດເຫດການ, ທ່ານເອກອັກຄະລັດຖະທູດຟີລິບປິນ ປະຈຳອີຕາລີ Domingo P.Nilasco, ທັງເປັນປະທານຄະນະກຳມະການ ACR ໃຫ້ຮູ້ວ່າ, ເຫດການນີ້ໄດ້ຈັດຂຶ້ນປະຈຳປີ ເພື່ອໃຫ້ບັນດາພາລະກອນ ພ້ອມກັບຄອບຄົວຂອງບັນດາເອກອັກຄະລັດຖະທູດບັນດາປະເທດອາຊຽນ ປະຈຳ Rome ໄດ້ພົບປະ, ປັບປຸງນ້ຳໃຈມິດຕະພາບ ແລະ ນ້ຳໃຈສາມັກຄີ ແລະ ມີຄວາມເຂົ້າໃຈເຊິ່ງກັນ ແລະ ກັນກວ່າ. ທ່ານ Nilasco ຖືວ່າ, ປີ 2019 ແມ່ນໂອກາດເພື່ອເຊີດຊູຄວາມອຸດົມສົມບູນ ແລະ ຫຼາຍຮູບຫຼາຍແບບຂອງວັດທະນະທຳອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ