ເພີ່ມທະວີຄວາມສາມາດສຳຜັດການບໍລິການຜ່ານປະຕູຖານການບໍລິການສາທາລະນະແຫ່ງຊາດ

(VOVWORLD) -  ວັນທີ 10 ກໍລະກົດ, ທີ່ນະຄອນ ເຫ້ວ, ຫ້ອງວ່າການລັດຖະບານ ຫວຽດນາມ ແລະ ຄະນະກຳມະການປະຊາຊົນແຂວງ ເທື່ອທຽນ-ເຫ້ວ ໄດ້ສົມທົບກັບກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕາລີ ພ້ອມກັບໂຄງການພັດທະນາສະຫະປະຊາຊາດ (UNDP) ຈັດຕັ້ງກອງປະຊຸມ “ເພີ່ມທະວີຄວາມສາມາດສຳຜັດການບໍລິການສາທາລະນະຂອງປະຊາຊົນ ໂດຍຜ່ານປະຕູຖານການບໍລິການສາທາລະນະແຫ່ງຊາດ”. 
ເພີ່ມທະວີຄວາມສາມາດສຳຜັດການບໍລິການຜ່ານປະຕູຖານການບໍລິການສາທາລະນະແຫ່ງຊາດ - ảnh 1ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຫວຽດນາມ ມາຍຕ໊ຽນຢຸງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ:TTXVN)

ກອງປະຊຸມມີການເຂົ້າຮ່ວມຂອງຜູ້ແທນກ່ວາ 200 ທ່ານທີ່ມາຈາກບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ປະຊາຊົນ, ວິສາຫະກິດໃນບໍລິເວນແຂວງ ເທື່ອທຽນເຫ້ວ. ທ່ານນາງ Caitlin Wiesen, ຜູ້ຕາງໜ້າຂອງ UNDP ປະຈຳ ຫວຽດນາມ ໄດ້ຕີລາຄາເລື່ອງນຳປະຕູຖານການບໍລິການສາທາລະນະແຫ່ງຊາດເຂົ້ານຳໃຊ້ແມ່ນບາດກ້າວສຳຄັນໃນວິວັດແຫ່ງການສ້າງລັດຖະບານເອເລັກໂຕນິກ ແລະ ການບໍລິຫານເອເລັກໂຕນິກຢູ່ ຫວຽດນາມ. ການບໍລິການສາທາລະນະເອເລັກໂຕນິກໄດ້ເສີມຂະຫຍາຍປະສິດທິຜົນ, ຊ່ວຍໃຫ້ ຫວຽດນາມ ຮັບປະກັນການສະໜອງບັນດາການບໍລິການລະບຽບການບໍລິຫານໃຫ້ແກ່ປະຊາຊົນ ແລະ ວິສາຫະກິດຢ່າງລຸລ່ວງ ແລະ ຕໍ່ເນື່ອງ ໃນໄລຍະປະຕິບັດການແຍກຫ່າງໃນສັງຄົມ, ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ