ເພີ່ມທະວີຄວາມສາມາດໃຫ້ແກ່ນັກເຈລະຈາກ່ຽວກັບການປ່ຽນແປ່ງຂອງດິນຟ້າອາກາດຂອງບັນດາປະເທດອາຊຽນ

ເພີ່ມທະວີຄວາມສາມາດໃຫ້ແກ່ນັກເຈລະຈາກ່ຽວກັບການປ່ຽນແປ່ງຂອງດິນຟ້າອາກາດຂອງບັນດາປະເທດອາຊຽນ - ảnh 1
ກອງ​ປະຊຸມ​ສຳ​ມະ​ນາເພີ່ມ​ທະວີ​ຄວາມ​ສາມາ​ດ​​ໃຫ້​ແກ່​ນັກເຈລະຈາ
ກ່ຽວ​ກັບ​ການ​ປ່ຽນ​ແປ່​ງຂອງ​ດິນ​ຟ້າ​ອາກາດຂອງບັນດາ​ປະ​ເທດ​ອາ​ຊຽນ
(ພາບ: baomoi.com)


(vovworld) – ກອງ​ປະຊຸມ​ສຳ​ມະ​ນາເພີ່ມ​ທະວີ​ຄວາມ​ສາມາ​ດ​​ໃຫ້​ແກ່​ນັກເຈລະຈາກ່ຽວ​ກັບ​ການ​ປ່ຽນ​ແປ່​ງຂອງ​ດິນ​ຟ້າ​ອາກາດ​ຂອງບັນດາ​ປະ​ເທດ​ອາ​ຊຽນ ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 19/08, ຢູ່​ຮ່າ​ໂນ້ຍ. ກອງ​ປະຊຸມ​ດຳ​ເນີນ​ແຕ່​ວັນ​ທີ 19 – 21/08, ​ເພື່ອ​ແນ​ໃສ່​ຊ່ວຍ​ໃຫ້​ນັກ​ເຈລະຈາ​ຂອງບັນດາ​ປະ​ເທດ​ອາ​ຊຽນ ຮັບຊາບບັນດານະ​ໂຍບາຍ​ກ່ຽວກັບປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ສາກົນ​ໃນ​ຂອບ​ເຂດ​ສັນຍາ​ແມ່​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບການ​ປ່ຽນ​ແປ່​ງຂອງ​ດິນ​ຟ້າ​ອາກາດ​ (UNFCCC). ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ຜູ້ຕາງໜ້າ​ອົງການສະຫະ​ປະຊາ​ຊາດ​ເພື່ອານພັດທະນາປະຈຳ​ຫວຽດນາມ (UNDP) ຖື​ວ່າ ​ສິ່ງ​ສຳຄັນ​ແມ່ນ​ບັນດາ​ຝ່າຍ​ເຂົ້າ​ຮ່ວມ UNFCCC ຕ້ອງ​ຄິດ​ໄລ່​ເນື້ອ​ໃນ​ເຈລະຈາ​ຕົວ​ຈິງ. ການ​ເຄື່ອນ​​ໄຫວ​ຫຼຸດຜ່ອນ ​ແລະ ຮັບ​ມືຈະ​ໄດ້​ຮັບ​ການ​ພິຈາລະຈາ​ຢ່າງ​ກົມກຽວ​ໃນ​ຂໍ້​ຕົກລົງ​ກ່ຽວ​ກັບການ​ປ່ຽນ​ແປ່​ງຂອງ​ດິນ​ຟ້າ​ອາກາດ​ໃນ​ອະນາຄົດ… ທ່ານ Koos Neeffies, ທີ່​ປຶກສາ​ກ່ຽວ​ກັບການ​ປ່ຽນ​ແປ່​ງຂອງ​ດິນ​ຟ້າ​ອາກາດ​ຂອງ UNDP ປະຈຳ​ຫວຽດນາມ ​ໃຫ້​ຮູ້​ວ່າ.

   “ຄວາມ​ສາມາດ​ຂອງ​ສະມາຊິກ​ໃນ​ຄະນະ​ເຈລະຈາ​ຂອງ​ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ພໍ​ສົມຄວນ. ​ແຕ່​ກ່ອນ​ນີ້ມີ​ພຽງ 2 - 3 ຄົນ​ເທົ່າ​ນັ້ນ, ດຽວ​ນີ້​ຫວຽດນາມ ​ໄດ້ມີ​ຖັນ​ແຖວ​ນັກ​ເຈລະຈາ​ແລ້ວ. ​ເຂົາ​ເຈົ້າ​ມີ​ຄວາມ​ຮູ້​ກ່ຽວ​ກັບ​ບັນດາ​ບັນຫາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກດ ​ແລະ ມີ​ຄວມາສາມາດເຈລະຈາ​ທີ່​ດີ. ​​ແຕ່​ວ່າ, ພວກ​ເຮົາ​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ຄື​ແນວ​ນີ້​ແມ່ນ​ຈຳ​ເປັນທີ່​ສຸດ, ພິ​ເສດ​ແມ່ນ​ເພ່ືອ​ໃຫ້​ຄະນະ​ນັກເຈລະຈາ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ ​​ເພີ່ມ​ທະວີ​ການ​ຮ່ວມມື​ເຊິ່ງກັນ ​ແລະ ກັນ​ເພື່ອ​ບັນລຸ​ໄດ້​ຂໍ້​ຕົກລົງ​ລວມ.”

ຂ່າວ/ບົດ​ອື່ນ