ເພີ່ມທະວີຄວາມເຂົ້າໃຈ ແລະ ສ້າງການພົວພັນ ຄູ່ຮ່ວມມືແຟງລັງ - ຫວຽດນາມ

ເພີ່ມທະວີຄວາມເຂົ້າໃຈ ແລະ ສ້າງການພົວພັນ ຄູ່ຮ່ວມມືແຟງລັງ - ຫວຽດນາມ - ảnh 1
​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​
ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ - ​ແຟງ​ລັງ
(ພາບ: baomoi.com)


(vovworld) - ​ ວັນ​ທີ 03/12, ຢູ່​ຮ່າ​ໂນ້ຍ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ, ສະມາຄົມ​ມິດຕະພາບ​ຫວຽດນາມ - ​ແຟງ​ລັງ ​ໄດ້​ຈັດການ​ພົບ​ປະ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ - ​ແຟງ​ລັງ (25/01/1973 – 25/01/2013) ​ແລະ ສະ​ເຫຼີ​ມສະຫຼອງ 96 ປີ​ແຫ່ງ​ວັນຊາດ​ສ.​ແຟງ​ລັງ (06/12/1917 – 06/12/2013).

        ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ສ.​ແຟງ​ລັງ ປະຈຳ​ຫວຽດນາມ Kimmo Lahdevirta ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເມື່ອກາ​ນພົວພັນ​ລະຫວ່າງ 2 ປະ​ເທດ ບັນລຸ​ໄດ້​ບັນດາ​ຜົນງານ​ອັນ​ຕັ້ງໜ້າ​ໃນ​ຫຼາຍ​ຂົງ​ເຂດ​ຄື: ກະສິກຳ, ນ້ຳ​ສະອາດ ​ແລະ ອະນາ​ໄມ​ສິ່ງ​ແວດ​ລ້ອມ... ນີ້​ແມ່ນ​ບັນດາ​ຂົງ​ເຂດ​ກວມ​ເອົາ​ສ່ວນ​​ໃຫຍ່​​ແຫຼ່ງ​​ເງິນ​ອຸປະຖຳ​ຂອງ​ແຟງ​ລັງ ທີ່​ສະ​ຫງວນ​ໃຫ້​ແກ່​ຫວຽດນາມ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ Kimmo Lahdevirta ​ໃຫ້​ຮູ້​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ ​ແຟງ​ລັງ ຈະ​ມານະ​ພະຍາຍາ​ມຮັບ​ປະກັນ​​ແຜນການ​ຮັບຜົນສຳ​ເລັດ​ຈາກ​ການ​ຮ່ວມ​ມື​ພັດທະນາ​ໄປ​ສູ່​ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງກວ້າງຂວາງ​ກວ່າ​ລະຫວ່າງ 2 ປະ​ເທດ​ໃນ​ທຸກ​ຂົງ​ເຂດ. ​ໃນ​ນັ້ນ​ເອົາ​ໃຈ​ໃສ່​​ເຖິງການຈັດ​ຕັ້ງ​ບັນດາ​ເຫດການ​ເພື່ອ​ແນ​ໃສ່​ເຊື່ອມ​ຕໍ່​ການ​ດຳ​ເນີນ​ທຸລະ​ກິດ​ຢູ່​ບັນດາ​ແຂວງ, ນະຄອນ​ຂອງ​ຫວຽດນາມ. ຈຸດປະສົງ​ແມ່ນຊ່ວຍ​ເພີ່ມ​ຄວາມ​ເຂົ້າ​ໃຈ ​ແລະ ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ລະ​ຫວ່າງ​ແຟງ​ລັງ ​ແລະ ຫວຽດນາມ.

ຂ່າວ/ບົດ​ອື່ນ