ເພີ່ມ​ທະ​ວີ​ນະ​ໂຍ​ບາຍ​ວຽກ​ເຮັດງານ​ທຳ​ຂຽວ​ເພື່ອ​ພັດ​ທະ​ນາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ ອາ​ຊຽ​ນ ຢ່າງ​ສຸດ​ຂີດ

(VOVWORLD) -ວຽກເຮັດງານທຳຂຽວແມ່ນວຽກງານທີ່ເໝາະສົມໃນບັນດາຂົງເຂດເສດຖະກິດ ແລະ ບັນດາການເຄື່ອນໄຫວ ປະກອບສ່ວນອະນຸລັກຮັກສາ ແລະ ຟື້ນຟູສິ່ງແວດລ້ອມ ໃນທັງບັນດາຂົງເຂດຄື ກະສິກຳ ແລະ ການຜະລິດ.
ເພີ່ມ​ທະ​ວີ​ນະ​ໂຍ​ບາຍ​ວຽກ​ເຮັດງານ​ທຳ​ຂຽວ​ເພື່ອ​ພັດ​ທະ​ນາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ ອາ​ຊຽ​ນ ຢ່າງ​ສຸດ​ຂີດ - ảnh 1

 (ພາບປະກອບ: moitruong.com.vn)

ເຖິງວ່າ ບັນລຸໄດ້ຄວາມກ້າວໜ້າພໍສົມຄວນໃນຫຼາຍຂົງເຂດ ແຕ່ຂອບນະໂຍບາຍກ່ຽວກັບວຽກເຮັດງານທຳຂຽວ ໃນຂອບເຂດ ອາຊຽນ ຕ້ອງສືບຕໍ່ເພີ່ມທະວີກ່ວາອີກ ເພື່ອການເຕີບໂຕວຽກເຮັດງານທຳຂຽວ ສາມາດເສີມຂະຫຍາຍຄວາມສາມາດບົ່ມຊ້ອນທີ່ເຄີຍມີໃຫ້ໝົດ. ນີ້ແມ່ນເນື້ອໃນຂອງບົດລາຍງານລວມ ອາຊຽນ ໂດຍອົງການແຮງງານສາກົນ (ILO)  ປະກາດເມື່ອວັນທີ 9 ກໍລະກົດ.

ວຽກເຮັດງານທຳຂຽວແມ່ນວຽກງານທີ່ເໝາະສົມໃນບັນດາຂົງເຂດເສດຖະກິດ ແລະ ບັນດາການເຄື່ອນໄຫວ ປະກອບສ່ວນອະນຸລັກຮັກສາ ແລະ ຟື້ນຟູສິ່ງແວດລ້ອມ ໃນທັງບັນດາຂົງເຂດຄື ກະສິກຳ ແລະ ການຜະລິດ ແລະ ບັນດາຂົງເຂດຂຽວທີ່ຫາກໍ່ພົ້ນເດັ່ນຂຶ້ນຄື: ພະລັງງານຜະລິດຄືນໃໝ່ ແລະ ນຳໃຊ້ພະລັງງານຢ່າງມີປະສິດທິຜົນ.

ອາຊຽນ ແມ່ນໜຶ່ງໃນບັນດາພາກພື້ນ ຖືກຜົນກະທົບຈາກໄພທຳມະຊາດຫຼາຍກ່ວາໝູ່ໃນໂລກ ແລະ ພິເສດແມ່ນຖືກຜົນສະທ້ອນຈາກການປ່ຽນແປງຂອງດິນຟ້າອາກາດຢ່າງງ່າຍດາຍ. ເບິ່ງແລວມແລ້ວ, ອາຊີ ໄດ້ຮັບຜົນປະໂຫຍດຫຼາຍກ່ວາໝູ່ ຈາກການສ້າງວຽກເຮັດງານທຳຂຽວ.

ຕອບກັບ

ຂ່າວ/ບົດ​ອື່ນ