ເພີ່ມທະວີນ້ຳໃຈມິດຕະພາບລະຫວ່າງປະຊາຊົນ 2 ປະເທດ ຫວຽດນາມ ແລະ ອາເມລິກາ

ເພີ່ມທະວີນ້ຳໃຈມິດຕະພາບລະຫວ່າງປະຊາຊົນ 2 ປະເທດ ຫວຽດນາມ ແລະ ອາເມລິກາ - ảnh 1
ມີ​ເດັກ​ນ້ອຍຫຼາຍ​ຄົ​ນ​ຂອງ ຫວຽດ​ນາມ ຖືກ​ຜົນ​​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ຈາກ​ທາ​ດ​ພິດ​ສີ​ສົ້ມ/ ດີ​ໂອ​ຊິນ

(vovworld) – ວັນ​ທີ 13/3, ຢູ່​ຮ່າ​ໂນ້ຍ, ທ່ານ ຫງວຽນ​ເຕີມ​ຈ໋ຽນ, ປະ​ທານ​ສະ​ມາ​ຄົມ ຫວຽດ​ນາມ - ອາ​ເມ​ລິ​ກາ ໄດ້​ຕ້ອນ​ຮັບ​ຄະ​ນະ​ທະ​ຫານ​ຜ່ານ​ເສິກຢູ່​ຕ່າງ​ປະ​ເທດ - VFW (ອາ​ເມ​ລິ​ກາ) ໂດຍ​ທ່ານ Keith E. Harman, ຮອງ​ຜູ້​ບັນ​ຊາ​ການ​ໃຫຍ່​ຜູ້​ທີ​ໜຶ່ງ ຂອງ​ອົງ​ການ ​​VFW ເປັນ​ຫົວ​ໜ້າ​ຄະ​ນະ, ພວມ​ມີ​ການ​ຢ້ຽມ​ຢາມ ຫວຽດ​ນາມ. ທ່ານ ຫງວຽນ​ເຕີມ​ຈ໋ຽນ ໄດ້​ຊ​ີ້​ແຈ້ງ​ຜົນ​ຮ້າຍ​​ຂອງສົງ​ຄາມ​ຢູ່ ຫວຽດ​ນາມ, ໃນ​ນັ້ນ ມີ​ບັນ​ຫາ​ທາດ​ພິດ​ສີ​ສົ້ມ/ ດີ​ໂອ​ຊິນ, ​ການເກັບ​ກູ້​ລະ​ເບີດ​ຍັງ​ໜັກ​ໜ່ວງ. ການ​ແກ້​ໄຂ​ບັນ​ດາ​ບັນ​ຫານີ້​ຈະ​ປະ​ກອບ​ສ່ວ​ນ​ປັບ​ປຸງ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ເພີ່ມ​ທະ​ວີ​ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່​າງ ປະ​ຊາ​ຊົນ 2 ປະ​ເທດ ຫວຽດ​ນາມ ແລະ ລາວ ໃນ​ໄລ​ຍະ​ຈະ​ມາ​ເຖິງ.

        ສ່ວນ​ທ່ານ Keith E. Harman ຢັ້ງ​ຢືນ​ວ່າ ອົງ​ການທະ​ຫານ​ຜ່ານ​ເສິກ​ຢູ່​ຕ່າງ​ປະ​ເທດ - VFW ຈະ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ໃນ​ວິ​ວັດ​ການ​ຮຳ​ບາດ​ແຜ​ສົງ​ຄາມ, ໜູນ​ຊ່ວຍ​ບັນ​ຫາ​ແກ້​ໄຂ​ຜົນ​ຮ້າຍ​ຈາກ​ທາດ​ພິ​ດ​ສ​ີ​ສົ້ມ/ ດີ​ໂອ​ຊີນ ແລະ ການເກັບ​ກູ້​​ລະ​ເບີດບໍ່​ທັນ​ແຕກ​​ຢູ່ ຫວຽດ​ນາມ.


ຂ່າວ/ບົດ​ອື່ນ