ເພີ່ມທະວີບົດບາດຂອງກະຊວງການຕ່າງປະເທດ 2 ປະເທດໃນການຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ - ນິວຊີແລນ

(VOVWORLD) -ການເຈລະຈາ, 2 ຝ່າຍໄດ້ເຫັນດີເພີ່ມທະວີບົດບາດຂອງກະຊວງການຕ່າງປະເທດ 2 ປະເທດ ໃນການຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດ
ເພີ່ມທະວີບົດບາດຂອງກະຊວງການຕ່າງປະເທດ 2 ປະເທດໃນການຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ - ນິວຊີແລນ - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຟ້າມບິ່ງມິງ
(ພາບ: baoquocte.vn)

ວັນທີ 10 ມີນາ, ຢູ່ສຳນັການກະຊວງການຕ່າງປະເທດ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຟ້າມບິ່ງມິງ ໄດ້ດຳເນີນການເຈລະຈາທາງອອນລາຍກັບທ່ານລັດຖະມົນຕີການຕ່າງປະເທດ ນິວຊີແລນ Nanaia Mahuta.

        ທີ່ການເຈລະຈາ, 2 ຝ່າຍໄດ້ເຫັນດີເພີ່ມທະວີບົດບາດຂອງກະຊວງການຕ່າງປະເທດ 2 ປະເທດ ໃນການຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດ, ໃນນັ້ນມີການຊຸກຍູ້ ແລະ ພົບປະຂັ້ນສູງເມື່ອມີເງື່ອນໄຂສະດວກ; ຊຸກຍູ້ການລົງທຶນ 2 ສົ້ນ ແລະ ເສີມຂະຫຍາຍປະສິດທິຜົນກົນໄກຄະນະກຳມະການຮ່ວມມືເສດຖະກິດ-ການຄ້າ; ສ້າງ ແລະ ລົງນາມໂຄງການກະທຳຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ-ນິວຊີແລນ ໃນປີ 2021. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ຢືນຢັນວ່າ ຈະສົມທົບກັນຢ່າງແໜ້ນແຟ້ນກັບ ນິວຊີແລນ ເພື່ອຜັນຂະຫຍາຍປີ APEC 2021 ບັນລຸຜົນສຳເລັດ…

ຕອບກັບ

ຂ່າວ/ບົດ​ອື່ນ