ເພີ່ມທະວີບັນດາມາດຕະການຄວບຄຸມໄພເງິນເຟີ້

(VOVWORLD) -ວັນທີ 29 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ, ຫົວໜ້າຄະນະຊີ້ນຳການບໍລິຫານລາຄາ, ໄດ້ເປັນປະທານກອງປະຊຸມຂອງຄະນະຊີ້ນຳການບໍລິຫານລາຄາ. ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໃຫ້ຮູ້ວ່າ

ເພີ່ມທະວີບັນດາມາດຕະການຄວບຄຸມໄພເງິນເຟີ້ - ảnh 1 ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ

(ພາບ: VGP)

ວຽກງານສົມທົບກັນບໍລິຫານລາຄາຂອງບັນດາກະຊວງ ໄດ້ນຳມາເຊິ່ງໝາກຜົນຕັ້ງໜ້າໃນ 4 ເດືອນຕົ້ນປີ, ຊ່ວຍໃຫ້ດັດຊະນີລາຄາໃຊ້ສອຍ (CPI) ເພີ່ມຂຶ້ນຖືກຕ້ອງຕາມແຜນການເຊິ່ງຄະນະຊີ້ນຳໄດ້ວາງອອກ ນັບແຕ່ຕົ້ນປີ. ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ສະເໜີໃຫ້ບັນດາສະມາຊິກຄະນະຊີ້ນຳ ຈົ່ງສຸມໃສ່ຊອກຫາມາດຕະການແກ້ໄຂບໍລິຫານ, ຮັບມືກັບບັນດາການຫັນປ່ຽນຈາກພາຍນອກທີ່ກະທົບເຖິງລາຄາຢູ່ພາຍໃນປະເທດ, ຮັບປະກັນຖືກຕ້ອງຕາມຕົວເລກຄາດໝາຍເຊິ່ງລັດຖະບັນຍັດ CPI ທັງປີ 2018 ເພີ່ມຂຶ້ນໃນລະດັບຕ່ຳກວ່າ 4%. ທ່ານຮອງນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ໂຄສະນາຢ່າງຄົບຖ້ວນ, ທັນການກ່ຽວກັບສະພາບການຜະລິດ, ດຳເນີນທຸລະກິດ, ລາຄາບັນດາປະເພດສິນຄ້າ, ຫຼີກລ້ຽງການກໍ່ໃຫ້ເກີດມີໄພເງິນເຟີ້ໃນຊຸມເດືອນທ້າຍປີ.

ຕອບກັບ

ຂ່າວ/ບົດ​ອື່ນ