ເພີ່ມທະວີບັນດາມາດຕະການປອດໄພໃຫ້ແມ່ຍິງ ແລະ ເດັກຍິງຢູ່ສະຖານທີ່ສາທາລະນະ

(VOVWORLD) - ກອງປະຊຸມສຳມະນາແມ່ນໂອກາດ ເພື່ອໃຫ້ບັນດານັກຊ່ຽວຊານ ພ້ອມກັບຜູ້ຕາງໜ້າບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ແບ່ງປັນ, ປຶກສາຫາລືຊອກຫາມາດຕະການປັບປຸງຫ້ອງນ້ຳສາທາລະນະຢູ່ຕະຫລາດ, ໂຮງຮຽນ.
ເພີ່ມທະວີບັນດາມາດຕະການປອດໄພໃຫ້ແມ່ຍິງ ແລະ ເດັກຍິງຢູ່ສະຖານທີ່ສາທາລະນະ - ảnh 1 ກອງປະຊຸມສຳມະນາແນະນຳເຄື່ອງມືງົບປະມານທີ່ມີຄວາມຮັບຜິດຊອບຕໍ່ຍິງ-ຊາຍ ໃນການດັດແປງພື້ນຖານໂຄງລ່າງ (ພາບ: UN Women)

  ໃນລະຫວ່າງວັນທີ 7 – 8 ຕຸລາ, ພະແນກແຮງງານ - ທະຫານເສຍອົງຄະ ແລະ ສັງຄົມນະຄອນໂຮ່ຈີມິນ, ອົງການສະຫະປະຊາຊາດກ່ຽວກັບຄວາມສະເໝີພາບລະຫວ່າງແມ່ຍິງ ແລະ ມອບສິດໃຫ້ແກ່ແມ່ຍິງ ພ້ອມກັບຄະນະກຳມະການປະຊາຊົນເມືອງ 10 (ນະຄອນໂຮ່ຈີມິນ) ສົມທົບກັນຈັດຕັ້ງກອງປະຊຸມສຳມະນາແນະນຳເຄື່ອງມືງົບປະມານທີ່ມີຄວາມຮັບຜິດຊອບຕໍ່ຍິງ-ຊາຍ ໃນການດັດແປງພື້ນຖານໂຄງລ່າງ. ກອງປະຊຸມສຳມະນາແມ່ນໂອກາດ ເພື່ອໃຫ້ບັນດານັກຊ່ຽວຊານ ພ້ອມກັບຜູ້ຕາງໜ້າບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ແບ່ງປັນ, ປຶກສາຫາລືຊອກຫາມາດຕະການປັບປຸງຫ້ອງນ້ຳສາທາລະນະຢູ່ຕະຫລາດ, ໂຮງຮຽນ, ສວນສາທາລະນະ, ຄິວລົດຢູ່ນະຄອນໂຮ່ຈີມິນ ກາຍເປັນສະຖານທີ່ປອດໄພ, ໃຫ້ແກ່ແມ່ຍິງ ແລະ ເດັກຍິງ.

        ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ແບ່ງປັນບັນດາບົດຮຽນທີ່ດີ, ວິທີປະຕິບັດທີ່ມີປະສິດທິຜົນ ໃນການຍົກສູງສະຕິຄວາມຮັບຮູ້, ວິທີສຳຜັດການຜັນຂະຫຍາຍຫ້ອງນ້ຳທີ່ມີຄວາມປອດໄພ, ເປັນມິດກັບສິ່ງແວດລ້ອມ, ບໍ່ກໍ່ຜົນສະທ້ອນຕໍ່ການພັດທະນາຂອງແມ່ຍິງ ແລະ ເດັກຍິງ. ບັນດາຜູ້ແທນກໍ່ສະໜອງຂໍ້ມູນທີ່ຈຳເປັນ ເພື່ອຮັບຮູ້, ແຈ້ງເຕືອນບັນຫາກ່ຽວກັບເພດ; ມີແຜນການປຶກສາຫາລືກັບບັນດາຝ່າຍທີ່ກ່ຽວຂ້ອງໃນການປັບປຸງ ແລະ ສ້ອມແປງ, ຍົກລະດັບພື້ນຖານໂຄງລ່າງດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ