ເພີ່ມທະວີບັນດາມາດຕະການສົ່ງອອກເພື່ອບັນລຸຄາດໝາຍກ່ວາ165ຕື້USD

ເພີ່ມທະວີບັນດາມາດຕະການສົ່ງອອກເພື່ອບັນລຸຄາດໝາຍກ່ວາ165ຕື້USD - ảnh 1
(ພາບປະກອບ)

(vovworld) – ​ໃນ 9 ​ເດືອນ​ຜ່ານ​ມາ, ວົງ​ເງິນ​ສົ່ງ​ອອກ​ຂອງ ຫວຽດນາມ ບັນລຸ​ກ່ວາ 120 ຕື້ USD, ​ເພີ່ມຂຶ້ນ 9,6% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນຂອງ​ປີ​ກາຍ ​ແລະ ຄາດ​ວ່າຈະ​ບັນລຸ 73% ​ແຜນການ​ປີ. ​ໃນ​ນັ້ນ ກຸ່ມ​ວິ​ສາ​ຫະກິດທີ່​ມີ​ເງິນລົງທຶນ​ໂດຍ​ກົງ​ຈາກຕ່າງປະ​ເທດ FDI ສືບ​ຕໍ່​ຮັກສາ​ບົດບາດທີ່​ຕັ້ງ​ນຳ​ໜ້າ​ກ່ຽວ​ກັບ​ການ​ເຕີບ​ໂຕ ​ແລະ ມູນ​ຄ່າ​ສົ່ງ​ອອກ​ເພີ່ມ​ຂຶ້ນ​ເກືອບ 16% ​ແລະ ກວມ​ເອົາ 68% ອັດຕາການ​ສົ່ງ​ອອກ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ແລກປ່ຽນວຽກງານ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ສົ່ງ​ອອກ​ໃນ​ຊຸມ​ເດືອນ​ທ້າຍ​ປີ 2015, ​ໂດຍ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 12/10 ຢູ່​ນະຄອນ​ໂຮ່ຈີ​ມິນ, ທ່ານ ​ເຈີ່ນ​ຕ໋ວນ​ແອ​ງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ຫວຽດນາມໃຫ້​ຮູ້​ວ່າ: ​ແຕ່​ນີ້​ຫາ​ທ້າຍ​ປີ, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຈະ​ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ວິ​ສາ​ຫະກິດ, ໜູນ​ຊ່ວຍ​ການ​ຜະລິດ, ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າ ​ເພື່ອ​ບັນລຸ​ຄາດໝາຍ​ສົ່ງ​ອອກ​ທັງປີ 2015 ປະມານ 165 ຕື້ USD. ທ່ານ ​ເຈີ່ນ​ຕ໋ວນ​ແອ​ງໃຫ້​ຮູ້​ວ່າ:

        “ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ຈະ​ສະໜອງ​ ​ບັນດາ​ຂໍ້​ມູນ​ຂ່າວສານ​ກຳນົດ​ທິດ​ຕະຫລາດ​ກ່ຽວ​ກັບ​ທ່າ​ອ່ຽງການ​​ເຊື່ອມ​ໂຍງບັນດາ​ສັນຍາ​ການ​ຄ້າ ໃຫ້​ວິ​ສາ​ຫະກິດ ຢ່າງ​ທັນ​ການ, ​ເພື່ອ​​ໃຫ້ບັນດາ​ສະຫະ​ສະມາຄົມ​ຂຸດ​ຄົ້ນ ບັນດາ​ກາລະ​ໂອກາດ​ສົ່ງ​ອອກ​ເປັນ​ຢ່າງ​ດີ. ຂ້າພະ​ເຈົ້າ​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ກ່ຽວ​ກັບການ​ສົ່ງ​ເສີມ​ການ​ຄ້າ, ໜູນ​ຊ່ວຍ​ວິ​ສາ​ຫະກິດ​​ເມື່ອ​ເກີດ​ບັນດາການ​ຂັດ​ແຍ້​ງດ້ານການ​ຄ້າ, ບັນດາ​​ກໍລະນີຮ້ອງ​ຟ້ອງ ​ແລະ ​ເກີດ​ຄວາມ​ສ່ຽງ​ໃນ​ການ​ສົ່ງ​ອອກ.  

 

ຂ່າວ/ບົດ​ອື່ນ