ເພີ່ມທະວີບັນດາມາດຕະການຫນູນຊ່ວຍວິສາຫະກິດພັດທະນາ

(VOVWORLD) - ມະຫາວິທະຍາໄລ ແຫ່ງຊາດ ຫາກໍ່ປະກາດບົດລາຍງານຕີລາຄາຮອບດ້ານຜົນກະທົບຈາກ ໂຄວິດ 19 ເຖິງພື້ນຖານເສດຖະກິດຫວຽດນາມ. ບົດລາຍງານແມ່ນກິດຈະກຳຄົ້ນຄ້ວາຂອງຫນ່ວຍງານ ລວມມີ ກວ່າ 50 ນັກວິທະຍາສາດ, ຜູ້ຊ່ຽວຊານແຖວຫນ້າຂະແຫນງເສດຖະກິດ.

ທ່ານ ຮ່ວາງວັນເກື່ອງ ຮອງອຳນວຍການມະຫາວິທະຍາໄລເສດຖະກິດແຫ່ງຊາດ ຊື່ງແມ່ນສະມາຊິກຂອງຫນ່ວຍງານຄົ້ນຄ້ວາດັ່ງກ່າວໃຫ້ຮູ້ວ່າ:

  “ບົດລາຍງານແມ່ນສຸມໃສ່ 2 ໝວດມາດຕະການ. ທີຫນຶ່ງແມ່ນ ຖ້າຫາກພວກເຮົາຄວບຄຸມໂລກລະບາດໂດຍໄວ ລະດັບຜົນສະທ້ອນອາດຈະບໍ່ຫນັກຫນ່ວງປານໃດ, ແລະ ໝວດມາດຕະການແກ້ໄຂແມ່ນ ຈະສຸມໃສ່ການຫນູນຊ່ວຍໃຫ້ວິສາຫະກິດກໍ່ຄືຫນູນຊ່ວຍໃຫ້ຄົນງານ. ແຕ່ກົງກັນຂ້າມ ຖ້າຫາກສະພາບການໂລກລະບາດແກ່ຍາວຮອດທ້າຍປີ ໝວດມາດຕະການແກ້ໄຂເວລານັ້ນ ບໍ່ພຽງແຕ່ແມ່ນຫນູນຊ່ວຍ ຫາກຕ້ອງຫັນໄປສູ່ບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກກູ້ເອົາວິສາຫະກິດ, ພື້ນຖານເສດຖະກິດ.”

 

ຕອບກັບ

ຂ່າວ/ບົດ​ອື່ນ