ເພີ່ມ​ທະ​ວີ​ບັນ​ດາ​ມາດ​ຕະ​ການ​ຮັບ​ປະ​ກັນ​ການ​ຕ້ອນ​ຮັບ​ບຸນ​ປີ​ໃໝ່ປະ​ຈຳ​ຊາດ 2022 ຢ່າງ​ເບີກ​ບານ​ມ່ວນ​ຊືນ, ປອດ​ໄພ ແລະ ປະ​ຢັດ

(VOVWORLD) -ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ ບັນດາລັດຖະມົນຕີ, ຫົວໜ້າອົງການ ທຽບເທົ່າກະຊວງ, ຫົວໜ້າອົງການຂຶ້ນກັບລັດຖະບານ, ປະທານຄະນະກຳມະການປະຊາຊົນ ບັນດາແຂວງ, ນະຄອນ ຂຶ້ນກັບສູນກາງ ສຸມໃສ່ປະຕິບັດຢ່າງມີປະສິດທິຜົນມະຕິເລກທີ 128 ຂອງລັດຖະບານ ກ່ຽວກັບການກຳນົດຊົ່ວຄາວ “ການຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ” .

ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິງມິງ ຫາກໍ່ລົງນາມຄຳສັ່ງເລກທີ 35 ຂອງນາຍົກລັດຖະມົນຕີ ກ່ຽວກັບການເພີ່ມທະວີບັນດາມາດຕະການຮັບປະກັນການຕ້ອນຮັບບຸນປີໃໝ່ປະຈຳຊາດ (ບຸນເຕັດ) 2022 ຢ່າງເບີກບານມ່ວນຊືນ, ປອດໄພ, ປອດໃສ ແລະ ປະຢັດ. ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ ບັນດາລັດຖະມົນຕີ, ຫົວໜ້າອົງການ ທຽບເທົ່າກະຊວງ, ຫົວໜ້າອົງການຂຶ້ນກັບລັດຖະບານ, ປະທານຄະນະກຳມະການປະຊາຊົນ ບັນດາແຂວງ, ນະຄອນ ຂຶ້ນກັບສູນກາງ ສຸມໃສ່ປະຕິບັດຢ່າງມີປະສິດທິຜົນມະຕິເລກທີ 128 ຂອງລັດຖະບານ ກ່ຽວກັບການກຳນົດຊົ່ວຄາວ “ການຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ” . ສຸມໃສ່, ມານະພະຍາຍາມຢູ່ລະດັບສູງສຸດ ໃຫ້ແກ່ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ພະຍາດຕິດແປດ ທີ່ມີຄວາມສ່ຽງເກີດຂຶ້ນໃນລະດູໜາວ - ລະດູບານໃໝ່. ກະຊວງອຸດສາຫະກຳ ແລະ ການຄ້າ ເປັນເຈົ້າການ, ສົມທົບກັບບັນດາກະຊວງຂະແໜງການ, ທ້ອງຖິ່ນ: ຜັນຂະຫຍາຍຢ່າງຄົບຊຸດ ບັນດາມາດຕະການ ຊຸກຍູ້ການພັດທະການຕະຫຼາດພາຍໃນປະເທດ, ຊຸກຍູ້ການບໍລິໂພກ,  ເປັນເຈົ້າການມີວິທີການກະກຽມແຫຼ່ງສະໜອງສິນຄ້າປະເພດທີ່ຈຳເປັນ, ສິນຄ້າທີ່ມີຄວາມຕ້ອງການບໍລິໂພກສູງ, ຮັບປະກັນຄຸນນະພາບ, ຕອບສະໜອງຄວາມຕ້ອງການຂອງປະຊາຊົນຢ່າງຄົບຖ້ວນ ແລະ ທັນການ ເປັນເຈົ້າການແຊກແຊງ, ແກ້ໄຂບັນດາການຜັນແປຜິດປົກກະຕິ ຂອງຕະຫຼາດ… ທ່ານນາຍົກລັດຖະມົນຕີ ໄດ້ມອບໝາຍໃຫ້ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ເປັນເຈົ້າການ, ສົມທົບກັບບັນດາກະຊວງຂະແໜງການ, ທ້ອງຖິ່ນ ສຸມໃສ່ກວດກາ, ກຳແໜ້ນສະພາບການດຳລົງຊີວິດຂອງບັນດາເປົ້າໝາຍນະໂຍບາຍ ເພື່ອຢຶ້ຢາມຖາມຂ່າວ, ເອົາໃຈໃສ່, ໜູນຊ່ວຍຢ່າງທັນການ ຫຼື ລວບລວມ, ສະເໜີຂັ້ນທີ່ມີສິດອຳນາດ ໜູນຊ່ວຍຕາມການກຳນົດ.

ຕອບກັບ

ຂ່າວ/ບົດ​ອື່ນ