ເພີ່ມທະວີປະສິດທິຜົນບັນດາກົນໄກການຮ່ວມມືຫຼັກແຫຼ່ງລະຫວ່າງ ຫວຽດນາມ - ລາຊະອານາຈັກ ອັງກິດ

(VOVWORLD) -2 ຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຈັດການເຄືຶ່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ເພີ່ມທະວີບັນດາກົນໄກການຮ່ວມມືຫຼັກແຫຼ່ງຢ່າງມີປະສິດທິຜົນ
ເພີ່ມທະວີປະສິດທິຜົນບັນດາກົນໄກການຮ່ວມມືຫຼັກແຫຼ່ງລະຫວ່າງ ຫວຽດນາມ - ລາຊະອານາຈັກ ອັງກິດ  - ảnh 1(ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂຕແອງຢູງ)

ຕອນຄ່ຳວັນທີ 9 ທັນວາ, ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂຕແອງຢູງ ໄດ້ມີການໂອ້ລົມທາງໂທລະສັບກັບ ທ່ານ Amanda Milling ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການພັດທະນາ ອັງກິດ ຮັບຜິດຊອບກ່ຽວກັບອາຊີ.

        ໃນສະພາບການ 2 ປະເທດມຸ່ງໄປເຖິງການສະເຫຼີມສະຫຼອງການພົວພັນຕ່າງປະເທດ ຫວຽດນາມ - ອັງກິດ ຄົບຮອບ 50 ປີ (1973 – 2023), 2 ຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຈັດການເຄືຶ່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ເພີ່ມທະວີບັນດາກົນໄກການຮ່ວມມືຫຼັກແຫຼ່ງຢ່າງມີປະສິດທິຜົນ; ຕາມນັ້ນ, 2 ຝ່າຍໄດ້ເຫັນດີຈະຈັດຕັ້ງການເຈລະຈາຍຸດທະສາດລະດັບຮອງລັດຖະມົນຕີກະຊວງການຕ່າງປະເທດ ໃນເວລາໃກ້ໆນີ້.

        2 ຝ່າຍໄດ້ຕີລາຄາສູງ ແລະ ເຫັນດີເປັນເອກະພາບສືບຕໍ່ສົມທົບຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນຢູ່ສປຊ. 2 ຝ່າຍໄດ້ແລກປ່ຽນກ່ຽວກັບບາງບັນຫາສາກົນ ແລະ ພາກພື້ນທີ່ທັງ 2 ຝ່າຍມີຄວາມສົນໃຈ, ເນັ້ນໜັກເຖິງຄວາມສຳຄັນຂອງການເຄົາລົບ, ຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ກໍຄືຮັບປະກັນຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ ທີ່ສອດຄ່ອງກັບກົດໝາຍສາກົນ, ຖືສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982) ເປັນຂອບນິຕິກຳໃຫ້ແກ່ທຸກການເຄື່ອນໄຫວຢູ່ທະເລ ແລະ ມະຫາສະມຸດ.

        ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອັງກິດ ແຈ້ງໃຫ້ຊາບວ່າ ລັດຖະບານ ອັງກິດ ຕົກລົງມອບວັກຊິນ Astra Zeneca ໃຫ້ ຫວຽດນາມ ຕື່ມອີກ 320.000 ໂດສ.

ຕອບກັບ

ຂ່າວ/ບົດ​ອື່ນ