ເພີ່​ມ​ທະ​ວີ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຕໍ່​ກາຍ​ພັນ Omicron

(VOVWORLD) -ທ່ານ ຫວູດຶກດາມເຕືອນວ່າ ໃນໂອກາດບຸນເຕັດຈະມາເຖິງນີ້, ໜ່ວຍງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19ໃນຊຸມຊົນ, ບັນດາກຳລັງຕຳຫຼວດ, ທະຫານລາດ, ກຳລັງສາທາລະນະສຸກ ແລະ ປະຊາຊົນຈົ່ງສືບຕໍ່ຈິດໃຈ  “ລົງໄປແຕ່ລະຮ່ອມ, ເຄາະປະຕູເຮືອນແຕ່ລະຫຼັງ, ກວດແຕ່ລະຄົນ” ຜັນຂະຫຍາຍ “ການສັກວັກຊິນໃຫ້ຜູ້ທີ່ຍັງບໍ່ທັນສັກ”, ຄົ້ນພົບ, ໜູນຊ່ວຍຜູ້ຕິດເຊື້ອໄດ້ຢ່າງທັນການ.
 ເພີ່​ມ​ທະ​ວີ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຕໍ່​ກາຍ​ພັນ Omicron - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ (ພາບ: TTXVN)

ກອງປະຊຸມທາງໄກທົ່ວປະເທດ ກ່ຽວກັບການຜັນຂະຫຍາຍວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19ເນື່ອງໃນໂອກາດ ບຸນປີໃໝ່ປະຈຳຊາດ ຫຼືບຸນເຕັດ 2022 ເຊິ່ງໄດ້ດຳເນີນໃນຕອນເຊົ້າວັນທີ 22 ທັນວາ, ຢູ່ສຳນັກງານລັດຖະບານ ພາຍໃຕ້ການເປັນປະທານຂອງທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຮອງຫົວໜ້າຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມເນັ້ນໜັກວ່າ ໂລກລະບາດໂຄວິດ - 19 ໃນໂລກ ສືບຕໍ່ມີການຜັນແປຢ່າງສັບສົນຍາກທີ່ຈະຄາດຄະເນໄດ້ ຕໍ່ກັບໄວຣັດກາຍພັນ Omicron, ສະນັ້ນຫວຽດນາມຍາມໃດກໍ່ຢູ່ໃນທ່າກຽມພ້ອມ, ບໍ່ຕົກຢູ່ໃນທ່າຮັບ ແລະ ກະທັດລັດໃນກໍລະນີໄວຣັດກາຍພັນ Omicron ປະກົດຂຶ້ນຢູ່ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ຂະແໜງສາທາລະນະສຸກ ປະຕິບັດວຽກງານສັກວັກຊິນໃຫ້ໄວກ່ວາ.

ທ່ານ ຫວູດຶກດາມເຕືອນວ່າ ໃນໂອກາດບຸນເຕັດຈະມາເຖິງນີ້, ໜ່ວຍງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19ໃນຊຸມຊົນ, ບັນດາກຳລັງຕຳຫຼວດ, ທະຫານລາດ, ກຳລັງສາທາລະນະສຸກ ແລະ ປະຊາຊົນຈົ່ງສືບຕໍ່ຈິດໃຈ  “ລົງໄປແຕ່ລະຮ່ອມ, ເຄາະປະຕູເຮືອນແຕ່ລະຫຼັງ, ກວດແຕ່ລະຄົນ” ຜັນຂະຫຍາຍ “ການສັກວັກຊິນໃຫ້ຜູ້ທີ່ຍັງບໍ່ທັນສັກ”, ຄົ້ນພົບ, ໜູນຊ່ວຍຜູ້ຕິດເຊື້ອໄດ້ຢ່າງທັນການ.

ຕອບກັບ

ຂ່າວ/ບົດ​ອື່ນ