ເພີ່ມ​ທະ​ວີ​ລັກ​ສະ​ນະ​ປະ​ຊາ​ທິ​ປະ​ໄຕ, ເປັນ​ເຈົ້າ​ການ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ

(VOVWORLD) -  ໂດຍສືບຕໍ່ກອງປະຊຸມຄັ້ງທີ 11, ຕອນເຊົ້າວັນທິ 12 ພຶດສະພາ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ປະກອບຄຳເຫັນໃສ່ຮ່າງມະຕິປະກາດໃຊ້ກົດລະບຽບຂອງສະໄໝສາມັນຂອງສະພາແຫ່ງຊາດ (ສະບັບປັບປຸງ).
ເພີ່ມ​ທະ​ວີ​ລັກ​ສະ​ນະ​ປະ​ຊາ​ທິ​ປະ​ໄຕ, ເປັນ​ເຈົ້າ​ການ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ - ảnh 1ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ປະກອບຄຳເຫັນໃສ່ຮ່າງມະຕິປະກາດໃຊ້ກົດລະບຽບຂອງສະໄໝສາມັນຂອງສະພາແຫ່ງຊາດ (ສະບັບປັບປຸງ) (ພາບ: VOV)

ບັນດາຄຳເຫັນທີ່ປຶກສາຫາລືຢູ່ກອງປະຊຸມໄດ້ເຫັນດີຕໍ່ເລື່ອງປະກາດໃຊ້ກົດລະບຽບຂອງກອງປະຊຸມສະໄໝສາມັນສະພາແຫ່ງຊາດ, ຮັບປະກັນເພິ່ມລັກສະນະປະຊາທິປະໄຕ, ລັກສະນະເປັນເຈົ້າການໃນການເຄື່ອນໄຫວຂອງສະພາແຫ່ງຊາດ, ເພີ່ມທະວີລັກສະນະໂຕ້ວາທີໃນບັນດາກອງປະຊຸມ, ເສີມຂະຫຍາຍສະຕິປັນຍາ, ຈິດໃຈປ່ຽນແປງໃໝ່ປະດິດຄິດສ້າງ ຂອງສະມາຊິກສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດ.

        ຢູ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ເນັ້ນໜັ້ກເຖິງລັກສະນະເປີດເຜີຍ, ໂປ່ງໄສໃນການເຄື່ອນໄຫວຂອງສະພາແຫ່ງຊາດຢູ່ກອງປະຊຸມສະໄໝສາມັນ, ນຳການເຄື່ອນໄຫວຂອງສະພາແຫ່ງຊາດໃຫ້ນັບມື້ນັບໃກ້ຊິດກັບປະຊາຊົນ.

        ໃນຕອນບ່າຍວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນກ່ຽວກັບການຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາ, ຕັດສິນແຜນນະໂຍບາຍລົງທຶນໂຄງການເສັ້ນທາງເລກ 4 ອ້ອມນະຄອນຫຼວງຮ່າໂນ້ຍ, ໂຄງການເສັ້ນທາງເລກ 3 ອ້ອມນະຄອນ ໂຮ່ຈີມິນ ແລະ ພິຈາລະນາ, ຕັດສິນການສ້າງຕັ້ງເທດສະບານເຟືອງເຊີນ ຂຶ້ນກັບເມືອງ ລຸກນາມ ແລະ ເທດສະບານ ບັກລີ ຂຶ້ນກັບເມືອງ ຮຽບຮ່ວາ, ແຂວງບັກຢາງ.


ຕອບກັບ

ຂ່າວ/ບົດ​ອື່ນ